ກອງປະຊຸມຖະແຫຼງຂ່າວຂອງຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນ ແຈ້ງໃຫ້ຮູ້ວ່າ: ຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນຈະຮ່ວມກັບກະຊວງວັດທະນະທຳແລະທ່ອງທ່ຽວ, ວິທະຍຸໂທລະພາບສູນກາງຫຼື CMG, ກອງວຽກງານການເມືອງຂອງຄະນະກຳມະການການທະຫານສູນກາງຈີນແລະນະຄອນ ຫຼວງປັກກິ່ງຈະຈັດງານລາຕີສິລະປະວັນນະຄະດີເພື່ອລະນຶກວັນໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນແລະສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ 80 ປີຢູ່ນະຄອນຫຼວງປັກກິ່ງໃນຄ່ຳຄືນວັນທີ 3 ກັນຍາ ປີນີ້.
ຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນແລະກະຊວງວັດທະນະທຳແລະ ທ່ອງທ່ຽວຈີນຈະຈັດງານວາງສະແດງຜົນງານສິລະປະດີເດັ່ນເພື່ອລະນຶກວັນໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນແລະສົງຄາມຕໍ່ຕ້ານ ຟາດຊິດຄົບຮອບ 80 ປີ ນັບແຕ່ເດືອນສິງຫາຫາເດືອນຕຸລາ.
ກະຊວງວັດທະນະທຳແລະທ່ອງທ່ຽວຈີນແລະສະຫະພັນສິລະປະວັນນະຄະດີຈີນ ຈະຈັດງານວາງສະແດງຜົນງານວິຈິດສິນຢູ່ຫໍວິຈິດສິນຈີນທີ່ນະຄອນຫຼວງປັກ ກິ່ງນັບແຕ່ເດືອນສິງຫາຫາເດືອນກັນຍາ.
ທ່ານຫວາງສຽວເຈີ່ນ ຮອງຜູ້ອຳນວຍການໃຫຍ່ CMG ແຈ້ງໃຫ້ຮູ້ວ່າ: ອີງຕາມ ແຜນທີ່ເປັນເອກະພາບກັນຂອງສູນກາງ, CMGໄດ້ຈັດຕັ້ງທີມງານທີ່ເຂັ້ມແຂງແລ້ວເພື່ອກະກຽມກ່ຽວກັບກິດຈະກຳລະນຶກຕ່າງໆທີ່ສູນກາງຈັດຂຶ້ນຢ່າງຕັ້ງໃຈແລະ ດ້ວຍຄຸນນະພາບສູງ. ໃນດ້ານການປະດິດສ້າງຜົນງານສິລະປະວັນນະຄະດີ, CMG ຈະປິ່ນອ້ອມຫົວຂໍ້ສຳຄັນກ່ຽວກັບໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນຄົບຮອບ 80 ປີ ໂດຍໄດ້ວາງແຜນຢ່າງລະອຽດສຳລັບສາລະຄະດີທີ່ມີຫົວຂໍ້ສະເພາະ, ຮູບເງົາແລະລະຄອນໂທລະພາບ, ລາຍການສິລະປະວັນນະຄະດີແລະອື່ນໆຈຳນວນຫນຶ່ງໂດຍສຸມໃສ່ໂຄສະນາຄວາມຫມາຍສຳຄັນອັນຍິ່ງໃຫຍ່ແຫ່ງໄຊຊະນະສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸນຮານຂອງຍີ່ປຸ່ນດ້ວຍທຸກເວທີສື່ແລະດ້ວຍຫຼາຍພາສາ.