ວັນທີ 1 ກໍລະກົດນີ້, ພາຍຫຼັງທ່ານນາງແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທຖືກສັ່ງໃຫ້ຢຸດການປະຕິບັດຫນ້າທີ່ແລ້ວ, ທ່ານສຸຣິຍະ ຈຶງຮຸ່ງເຮືອງກິດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງ ຄົມມະນາຄົມຂອງໄທໄດ້ຂຶ້ນດຳລົງຕຳແຫນ່ງຮັກສາການນາຍົກລັດຖະມົນຕີໄທ.
ວັນທີ 1 ກໍລະກົດນີ້, ສານລັດຖະທຳມະນູນຂອງໄທຕົກລົງຮັບເອົາຄຳຮ້ອງ ຟ້ອງກ່າວໂທດທ່ານນາງແພທອງທານ ຊິນນະວັດ, ພ້ອມທັງໄດ້ຢຸດຕຳແຫນ່ງ ນາຍົກລັດຖະມົນຕີຂອງເພິ່ນ. ອີງຕາມຖະແຫຼງການຂອງສານລັດຖະທຳມະນູນ,ຜູ້ພິພາກສາ 9 ທ່ານຂອງສານລັດຖະທຳມະນູນເຫັນດີນຳຄຳຮ້ອງຟ້ອງດ້ວຍ ຄະແນນສຽງ 9 ຕໍ່ 0, ພ້ອມທັງຕົກລົງໃຫ້ທ່ານນາງແພທອງທານຢຸດການປະຕິ ບັດຫນ້າທີ່ນາຍົກລັດຖະມົນຕີເປັນການຊົ່ວຄາວຈົນກວ່າຈະມີການຕັດສິນດ້ວຍຄະແນນສຽງ 7 ຕໍ່ 2.