ໃນຄ່ຳຄືນວັນທີ 30 ມິຖຸນາແລ້ວນີ້,ງານດົນຕີປະສານສຽງເພື່ອສະເຫຼີມສະ ຫຼອງວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 104 ປີທີ່ຄະນະໂຄສະນາອົບຮົມສູນ ກາງພັກຄອມມູນິດຈີນ, ກະຊວງວັດທະນະທຳແລະທ່ອງທ່ຽວແລະວິທະຍຸໂທລະ ພາບສູນກາງຈີນຫຼື CMG ຮ່ວມກັນເປັນເຈົ້າພາບໄດ້ຈັດຂຶ້ນຢູ່ຫໍວາງສະແດງປະຫວັດສາດ ພັກຄອມມູນິດຈີນທີ່ນະຄອນຫຼວງປັກກິ່ງ.
ພາຍໃນງານໄດ້ບັນເລງຜົນງານດົນຕີ 17 ບົດເພງດ້ວຍຮູບແບບດົນຕີ ປະສານສຽງພ້ອມດ້ວຍການຮ້ອງເພງລວມຫມູ່, ການບັນເລງເຄື່ອງດົນຕີຊົນເຜົ່າ ແລະອື່ນໆ. ເຈົ້າຂອງ “ຫຼຽນໄຊ 1 ກໍລະກົດ”, “ແບບຢ່າງຂອງຍຸກສະໄຫມ”, ຜູ້ຕາງຫນ້າບຸກຄົນທີ່ມີນ້ຳໃຈດີງາມ, “ແບບຢ່າງດ້ານຄຸນສົມບັດທົ່ວປະເທດ” ແລະ ຜູ້ຕາງຫນ້າພະນັກງານສະມາຊິກພັກຮາກຖານຜູ້ດີເດັ່ນຈຳນວນຫນຶ່ງ, ຮ່ວມກັບປະຊາຊົນຈາກວົງການຕ່າງໆຢູ່ນະຄອນຫຼວງປັກກິ່ງ 800 ກວ່າທ່ານໄດ້ເຂົ້າຊົມ ການສະແດງຄັ້ງນີ້.