ວັນທີ 1 ກໍລະກົດນີ້,ເວັບໄຊລາຊະກິດຈານຸເບກຂອງໄທໄດ້ປະກາດ ກ່ຽວກັບການປັບປຸງຄະນະລັດຖະບານຮອບໃຫມ່ທີ່ເຈົ້າຊີວິດໄທອະນຸມັດ. ເນື້ອໃນການປັບປຸງຕົ້ນຕໍລວມມີທ່ານນາງແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ທັງຮັບຕຳແຫນ່ງເປັນລັດຖະມົນຕີກະຊວງວັດທະນະທຳ, ທ່ານພູມທຳ ເວດຊະຢະ ໄຊ ເປັນຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງພາຍໃນ.
ໄລະຍະມໍ່ໆມານີ້ໄດ້ມີການເຜີຍແຜ່ສຽງບັນທຶກການສົນທະນາທາງໂລລະສັບ ຕອນຫນຶ່ງລະຫວ່າງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ກັບທ່ານຮຸນເຊນ ປະທານ ສະພາສູງກຳປູເຈຍກ່ຽວກັບສະຖານະການຊາຍແດນ ລະຫວ່າງໄທ-ກຳປູເຈຍເຮັດໃຫ້ເກີດການຜິດຖຽງກັນຢູ່ພາຍໃນປະເທດໄທ. ວັນທີ 18 ມິຖຸນາແລ້ວນີ້, ພັກພູມໃຈໄທທີ່ເປັນພັກໃຫຍ່ອັນດັບສອງໃນການກຳ ອຳນາດໄດ້ປະກາດຖອນຕົວອອກຈາກການກຳອຳນາດທີ່ນຳພາໂດຍທ່ານນາງ ແພທອງທານ ຊິນນະວັດ, ຫຼັງຈາກນັ້ນສະມາຊິກຄະນະລັດຖະບານທີ່ສັງກັດ ພັກພູມໃຈໄທ 8 ທ່ານໄດ້ລາອອກຈາກຕຳແຫນ່ງຢ່າງ ເປັນທາງການ.