“ສັບ​ປະ​ດາ​ຮູບ​ເງົາ​ສາ​ກົນ​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ” ​ຈັດ​ເຂົ້າ​ເປັນ​ໂຄງ​ການ​ສຳ​ຄັນ​ທີ່​ສົ່ງ​ອອກວັດ​ທະ​ນະ​ທຳ​ລະ​ດັບ​ຊາດ​ປີ 2025-2026

lmcchina.org, June 30, 2025
Size:

ກະຊວງການຄ້າຈີນ, ຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ແລະ ກົມໃຫຍ່ວິທະຍຸໂທລະພາບແຫ່ງຊາດຈີນໄດ້ອອກແຈ້ງການ ໂດຍໄດ້ເປີດເຜີຍໂຄງການສຳຄັນທີ່ສົ່ງອອກວັດທະນະທຳລະດັບຊາດປີ 2025-2026. ໃນນັ້ນ, “ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂອງໂຮງຜະລິດຮູບເງົາຊົນເຜົ່າຢຸນນານໄດ້ຈັດເຂົ້າເປັນໂຄງການສຳຄັນທີ່ສົ່ງອອກວັດທະນະທຳລະດັບຊາດປີ 2025-2026.

 ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແມ່ນສື່ສຳຄັນຂອງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສຳລັບການແລກປ່ຽນວັດທະນະທຳໃນສັງຄົມຂອງປະເທດພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ທັງເປັນມາດຕະການສຳຄັນທີ່ຊຸກຍູ້ໃຫ້ວັດທະນະທຳຮູບເງົາໂທລະພາບຈີນ “ກ້າວສູ່ພາຍນອກ”, ເຮັດໃຫ້ແຂວງຢຸນນານກາຍເປັນສູນເຜີຍແຜ່ວັດທະນະທຳຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ນັບແຕ່ການຈັດງານຄັ້ງທຳອິດຢ່າງສຳເລັດຜົນເມື່ອເດືອນທັນວາ 2016 ເປັນຕົ້ນມາ, ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນມາແລ້ວ 6 ຄັ້ງຢ່າງສຳເລັດຜົນ ເຊິ່ງໄດ້ເສີມຂະຫຍາຍບົດບາດນັບມື້ນັບສຳຄັນເຂົ້າໃນການຊຸກຍູ້ ການຮ່ວມມືດ້ານອຸດສາຫະກຳຮູບເງົາ ແລະ ການແລກປ່ຽນວັດທະນະທຳໃນພາກພື້ນ. ກິດຈະກຳທີ່ຈັດຂຶ້ນໃນ 6 ຄັ້ງຜ່ານມາ ໄດ້ດຶງດູດອົງການຮູບເງົາໂທລະພາບຫຼາຍກວ່າ 100 ແຫ່ງທີ່ມາຈາກ 6 ປະເທດໃນລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ລວມທັງຟິລິບປິນ ສິງກະໂປ ມາເລເຊຍ ແລະປະເທດອື່ນໆເຂົ້າຮ່ວມ; ໄດ້ຈັດກອງປະຊຸມເວທີເປິກສາຫາລືດ້ານວິຊາການ 20 ກວ່າຄັ້ງ; ນຳສະເໜີຮູບເງົາດີເດັ່ນ 120 ເລື່ອງ, ຜູ້ຊົມມີເຖິງ 72.000 ເທື່ອຄົນ; ໄດ້ຈັດກິດຈະກຳນຳສະເໜີໂຄງການຮູບເງົາໂທລະພາບ 6 ຄັ້ງ; ຈັດກິດຈະກຳເກັບກຳຂໍ້ມູນຮ່ວມ 5 ຄັ້ງ, ການຖ່າຍທຳຮູບເງົາຮ່ວມກັນ 8 ເລື່ອງ; ແລກປ່ຽນລິຂະສິດ 10 ກວ່າເລື່ອງ.

ໂຮງຜະລິດຮູບເງົາຊົນເຜົ່າຢຸນນານຈະນຳໃຊ້ເວທີຂອງບໍລິສັດຈຳໜ່າຍຮູບເງົາໂທລະພາບ ແລະ ເວທີ streaming media ທີ່ມີຊື່ສຽງໃນສາກົນ, ຊຸກຍູ້ໃຫ້ຜົນງານຕ່າງໆໃນ “ເລື່ອງນິຍາຍຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຈຳໜ່າຍ ແລະ ເຜີຍແຜ່ໃນຂອບເຂດທົ່ວໂລກ, ສ້າງ“ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ໃຫ້ເປັນເຄື່ອງໝາຍການຄ້າໃນການແລກປ່ຽນວັດທະນະທຳຮູບເງົາສາກົນ, ເພີ່ມແຮງຂັບເຄື່ອນທີ່ແຂງແຮງເຂົ້າໃນການ “ກ້າວສູ່ພາຍນອກ” ຂອງວັດທະນະທຳຈີນດ້ວຍເນື້ອໃນດີເດັ່ນ, ເພີ່ມທະວີບົດບາດຂອງວັດທະນະທຳຈີນໃນຕະຫຼາດຮູບເງົາໂທລະພາບສາກົນ.