ກອງ​ປະ​ຊຸມ​ສົນ​ທະ​ນາ​ໂຕະ​ມົນ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ​ໝູນ​ວຽນ​ແບບ​ສີ​ຂຽວ ແລະ ກາກບອນ​ຕ່ຳ​ໃນ​ພາກ​ພື້ນ ພ້ອມ​ດ້ວຍ​ແຜນ​ການ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ສີ​ຂຽວ: ກອງ​ປະ​ຊຸມສົນ​ທະ​ນາ​ໂຕະ​ມົນ​ວ່າ​ດ້ວຍ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຈີນ

lmcchina.org, June 30, 2025
Size:

ວັນທີ 11 ມິຖຸນາ 2025, ກິດຈະກຳ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2025, ກອງປະຊຸມສົນທະນາໂຕະມົນກ່ຽວກັບອຸດສາຫະກຳໝູນວຽນແບບສີຂຽວ ແລະ ກາກບອນຕ່ຳໃນພາກພື້ນ ພ້ອມດ້ວຍແຜນການແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສີຂຽວ: ກອງປະຊຸມສົນທະນາໂຕະມົນວ່າດ້ວຍພື້ນຖານໂຄງລ່າງແບບຍືນຍົງໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້ຈີນ. ກອງປະຊຸມສົນທະນາໂຕະມົນຄັ້ງນີ້ແມ່ນສູນການຮ່ວມມືສິ່ງແວດລ້ອມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ / ສູນການຮ່ວມມື ແລະ ແລກປ່ຽນກັບຕ່າງປະເທດ ໂດຍແມ່ນກະຊວງສິ່ງແວດລ້ອມຈີນ ແລະ ອົງການສິ່ງແວດລ້ອມນິເວດນະຄອນຊຽງໄຮ້ເປັນເຈົ້າພາບຈັດຂຶ້ນ. ມີຜູ້ຕາງໜ້າກະຊວງສິ່ງແວດລ້ອມນິເວດພ້ອມດ້ວຍພາກສ່ວນສິ່ງແວດລ້ອມນິເວດທ້ອງຖິ່ນ, ພາກສ່ວນສິ່ງແວດລ້ອມ ແລະ ດິນຟ້າອາກາດປະເທດລ່ອງແມ່ນ້ຳຂອງ, ສຳນັກງານອົງການສະຫະປະຊາຊາດປະຈຳຈີນ, ອົງການຈັດຕັ້ງສາກົນ, ອົງການຄົ້ນຄວ້າ ແລະ ວິສາຫະກິດທີ່ກ່ຽວຂ້ອງເຂົ້າຮ່ວມ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ເປິກສາຫາລືຕາມຫົວຂໍ້ຕ່າງໆ ເຊັ່ນ: ນະໂຍບາຍ ແລະ ການປະຕິບັດຕົວຈິງແບບສີຂຽວ ກາກບອນຕ່ຳ ແລະ ໝູນວຽນຂອງພາກພື້ນ, ການສ້າງເຂດຊຸມຊົນແບບໝູນວຽນຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ພ້ອມດ້ວຍພຶດຕິກຳແຫ່ງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫົວຂໍ້ອື່ນໆ, ຜູ້ເຂົ້າຮ່ວມມີຄວາມປາດຖະໜາ ແລະ ເປັນເອກະພາບກັນວ່າ: ຜ່ານການປະຕິບັດ “ແຜນການແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສີຂຽວ” ຕື່ມອີກ, ໄດ້ເຕົ້າໂຮມກຳລັງແຮງທີ່ພັດທະນາແບບສີຂຽວ ກາກບອນຕ່ຳ ແລະ ໝູນວຽນຂອງພາກພື້ນ, ຊຸກຍູ້ໃຫ້ການສ້າງຂອບປະສານງານດ້ານນະໂຍບາຍໃນພາກພື້ນ ແລະ ເຄືອຂ່າຍການຮ່ວມມືດ້ານເຕັກໂນໂລຊີ, ສະໜອງແຜນດຳເນີນງານໃຫ້ແກ່ປະເທດຕ່າງໆໃນການຄົ້ນຄວ້າຮູບແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແຫ່ງການພັດທະນາເສດຖະກິດ ແລະ ອະນຸລັກສິ່ງແວດລ້ອມ.