ກອງປະຊຸມແລກປ່ຽນດ້ານເສດຖະກິດ-ການຄ້າລະຫວ່າງລາວ(ວຽງຈັນ)-ຈີນ(ກຸ້ຍຢາງ)ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ

CRI, June 30, 2025
Size:

ກອງປະຊຸມແລກປ່ຽນດ້ານເສດຖະກິດ-ການຄ້າລະຫວ່າງລາວ(ວຽງຈັນ)-ຈີນ(ກຸ້ຍຢາງ) ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຫວ່າງມໍ່ໆມານີ້, ຜູ້ຕາງໜ້າ ອົງການປົກຄອງ ແລະ ວິສາຫະກິດຂອງສອງຝ່າຍໄດ້ເຂົ້າຮ່ວມກອງປະຊຸມ ເພື່ອຮ່ວມກັນສະແຫວງຫາວິໄສທັດໃໝ່ແຫ່ງການຮ່ວມມືດ້ານເສດຖະກິດ-ການຄ້າ.

ໂອກາດດັ່ງກ່າວ, ທ່ານ ຫວາງຫົງ ຮອງເລຂາຄະນະພັກທັງເປັນເຈົ້າຄອງນະຄອນກຸ້ຍຢາງໄດ້ກ່າວຄໍາປາໄສວ່າ: ນະຄອນກຸ້ຍຢາງມີຄວາມປາດຖະໜາໃນການເປີດກວ້າງການໄປມາຫາສູ່ກັນດ້ານເສດຖະກິດ-ການຄ້າກັບບັນດາປະເທດອາຊີຕາເວັນອອກສຽງໃຕ້, ພ້ອມທັງຄອງຄອຍເພື່ອນມິດສອງຝ່າຍຈະຮ່ວມມືກັນເພື່ອບັນລຸການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ກວ້າງຂວາງກວ່າເກົ່າ.

ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ຫວັງວ່ານະຄອນຫຼວງວຽງຈັນ ແລະ ນະຄອນກຸ້ຍຢາງຂອງຈີນຈະເພີ່ມທະວີການຮ່ວມມືຕື່ມອີກ, ຮ່ວມກັນຄົ້ນຫາໂອກາດການຄ້າ ເພື່ອຊຸກຍູ້ເສດຖະກິດ-ສັງຄົມລະຫວ່າງສອງນະຄອນໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານ.

ໂອກາດດັ່ງກ່າວ, ວິສາຫະກິດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງສອງຝ່າຍໄດ້ລົງນາມໃນໂຄງການຈັດຊື້ໃນຂົງເຂດຕ່າງໆ ເຊັ່ນ: ການຄ້າ ແລະ ການທ່ອງທ່ຽວເປັນຕົ້ນ ຈໍານວນ 7 ໂຄງການ, ພ້ອມທັງລົງນາມໃນສັນຍາຮ່ວມມືຍຸດທະສາດ 2 ສະບັບ, ລວມມູນຄ່າທັງໝົດເຖິງ 164 ລ້ານຢວນ.