ຍອດມູນຄ່າສິນຄ້າຂາເຂົ້າຂາອອກຜ່ານທາງລົດໄຟຈີນ-ລາວໃນປີນີ້ບັນລຸຫຼາຍກວ່າ 10 ຕື້ຢວນ

CRI, June 30, 2025
Size:

ວັນທີ 26 ມິຖຸນານີ້, ດ່ານພາສີນະຄອນຄຸນມິງແຂວງຢຸນນານຂອງຈີນໃຫ້ຮູ້ວ່າ: ໃນ 5 ເດືອນຕົ້ນປີນີ້, ປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟຈີນ-ລາວມີທັງໝົດ 2,482 ລ້ານໂຕນ ມີມູນຄ່າສິນຄ້າເກີນ 10 ຕື້ຢວນ, ເພີ່ມຂຶ້ນ 7,9% ແລະ 33,2% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນີ້ ສະເພາະເດືອນພຶດສະພາຜ່ານມາ, ປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟຈີນ-ລາວມີເຖິງ 512.000 ໂຕນ, ມູນຄ່າສິນຄ້າ 3,76 ຕື້ຢວນ, ເຊິ່ງເປັນສະຖິຕິສູງສຸດໃໝ່ພາຍໃນເດືອນດຽວ ນັບຕັ້ງແຕ່ເປີດນຳໃຊ້ທາງລົດໄຟສາຍນີ້ເປັນຕົ້ນມາ.

ຕາມການລາຍງານວ່າ: ນັບຕັ້ງແຕ່ເປີດນຳໃຊ້ທາງລົດໄຟສາຍນີ້ໃນເດືອນ ທັນວາປິ 2021 ເປັນຕົ້ນມາ, ການຂົນສົ່ງສິນຄ້າຜ່ານທາງລົດໄຟຈີນ-ລາວມີທ່າອ່ຽງເພີ່ມຂຶ້ນຢ່າງແຂງແຮງ. ມາຮອດວັນທີ 22 ພຶດສະພາປີ 2025 ນີ້, ຍອດປະລິມານການຂົນສົ່ງສິນຄ້າຜ່ານລົດໄຟສາຍນີ້ບັນລຸຫຼາຍກວ່າ 60 ລ້ານໂຕນ, ໃນນັ້ນ ປະລິມານການຂົນສົ່ງສິນຄ້າຂ້າມຊາດຫຼາຍກວ່າ 13,9 ລ້ານໂຕນ. ປະເພດສິນຄ້າຂ້າມຊາຍແດນໄດ້ເພີ່ມຂຶ້ນຈາກ 10 ກວ່າປະເພດໃນໄລຍະເລີ່ມຕົ້ນເປີດໃຊ້ງານ ມາເປັນ 3.000 ກວ່າປະເພດໃນປັດຈຸບັນ.