ວັນທີ 27 ມິຖຸນານີ້, ການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 154 ໄດ້ສິ້ນສຸດລົງຢ່າງຈົບງາມ.
ການເຄື່ອນໄຫວຄັ້ງນີ້ໄດ້ດຳເນີນເປັນເວລາ 4 ວັນ 3 ຄືນ, ໄລຍະການເດີນທາງທັງໝົດ 600 ກວ່າກິໂລແມັດ, ຈີນ ລາວ ມຽນມາ ແລະ ໄທໄດ້ສົ່ງກຳປັ່ນປະຕິບັດກົດໝາຍ 6 ລຳ ລວມມີເຈົ້າໜ້າທີ່ປະຕິບັດກົດໝາຍເກືອບ 200 ຄົນ. ໃນໄລຍະດຳເນີນການເຄື່ອນໄຫວ, ກອງກຳປັ່ນລາດຕະເວນປະຕິບັດກົດໝາຍຮ່ວມໄດ້ສົ່ງໜ່ວຍງານປາບປາມຢາເສບຕິດເຂົ້າເຖິງກຸ່ມບ້ານ ໂຮງຮຽນ ແລະ ວິສາຫະກິດລຽບຕາມລຳແມ່ນ້ຳເພື່ອດຳເນີນການໂຄສະນາປາບປາມຢາເສບຕິດດ້ວຍຫຼາຍຮູບແບບ, ເຊິ່ງໄດ້ຍົກສະຕິຂອງປະຊາຊົນທີ່ອາໄສຢູ່ແຄມຝັ່ງໃນການປາບປາມຢາເສບຕິດ ປ້ອງກັນຢາເສບຕິດ ແລະ ປະຕິເສດຢາເສບຕິດ.
ຕາມຂ່າວແຈ້ງວ່າ, ຫຼັງຈາກການເຄື່ອນໄຫວດັ່ງກ່າວສິ້ນສຸດລົງແລ້ວ, ຈີນ ລາວ ແລະ ມຽນມາຍັງຈະສົ່ງເຈົ້າໜ້າທີ່ໄປປະຕິບັດໜ້າທີ່ເຝິກຊ້ອມຮ່ວມຢູ່ເຂດນ້ຳເມືອງມອມຂອງລາວເປັນເວລາ 1 ອາທິດ.