ການບັງຄັບໃຊ້ກົດໝາຍ ແລະລາດຕະເວນຮ່ວມຕາມລຳແມ່ນ້ຳຂອງລະ​ຫວ່າງ​ຈີນ-ລາວ-ມຽນ​ມາ-ໄທ ຄັ້ງ​ທີ 154

CRI, June 29, 2025
Size:

ວັນທີ 24 ມິຖຸນານີ້, ກຳປັ່ນຂອງຈີນເລກທີ 53101, 53107 ແລະ53108 ໄດ້ອອກເດີນທາງຈາກທ່າກຳປັ່ນຕຳຫຼວດຈິງຮ່າ ແລະກ່ວນເລີຍຂອງກິ່ງແຂວງສິບສອງພັ່ນນາ ແຂວງຢູນນານຂອງຈີນ. ພ້ອມດຽວກັນນັ້ນ, ກຳປັ່ນຂອງລາວ, ມຽນມາ ແລະໄທຕ່າງໄດ້ອອກເດີນທາງຈາກທ່າເຮືອ ຫຼືທ່າກຳປັ່ນຂອງປະເທດຕົນ, ສີ່ຝາຍໄດ້ເຕົ້າໂຮມກັນຢູ່ເຂດຕອນໜຶ່ງຂອງແມ່ນ້ຳຂອງແລ້ວ ສ້າງຕັ້ງເປັນກອງກຳປັ່ນບັງຄັບໃຊ້ກົດໝາຍ ແລະລາດຕະເວນຮ່ວມ ເພື່ອດຳເນີນການບັງຄັບໃຊ້ກົດໝາຍ ແລະລາດຕະເວນຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 154.


ເນື່ອງໃນໂອກາດວັນສາກົນຕ້ານຢາເສບ “ ວັນທີ26 ມິຖຸນາ” ຄັ້ງທີ 38 ໄດ້ໝູນວຽນມາເຖິງ, ກ່ອນຈັດການເຄື່ອນໄຫວ, ພາກສ່ວນບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງຈາກ 4 ປະເທດໄດ້ຮ່ວມກັນຈັດກອງປະຊຸມຜູ້ບັນຊາການຢູ່ກອງບັນຊາການ ບັງຄັບໃຊ້ກົດໝາຍ ແລະລາດຕະເວນຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທທີ່ຕັ້ງຢູ່ທ່າກຳປັ່ນກ່ວນເລີຍຂອງຈີນ ເພື່ອຮ່ວມກັນຄົ້ນຄວ້າ ແລະວາງແຜນດຳເນີນງານ ພ້ອມທັງເລີ່ມຕົ້ນກິດຈະກຳຕ່າງໆກ່ຽວກັບການໂຄສະນາການຕ້ານຢາເສບຕິດ.