ວັນທີ 19 ມິຖຸນານີ້, ກອງປະຊຸມລະດັບເອກອັກຄະລັດຖຸທູດ ລະຫວ່າງອາຊຽນກັບຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີ (10+3) ຄັ້ງທີ 22 ໄດ້ຈັດຂຶ້ນຢູ່ສຳນັກງານເລຂາອາຊຽນ ເຊິ່ງຕົ້ນຕໍໄດ້ປຶກສາຫາລືຄວາມຄືບໜ້າຂອງການປະຕິບັດ “ແຜນການວຽກງານຮ່ວມມື 10+3 (2023-2027)” ແລະ ທິດທາງຮ່ວມມືໃນອະນາຄົດ.
ທ່ານນາງ ໂຮຢ້ຽນຊີ ເອກອັກຄະລັດຖະທູດຈີນປະຈຳອາຊຽນກ່າວວ່າ: ການພົວພັນເສດຖະກິດການຄ້າລະຫວ່າງປະເທດໃນພາກພື້ນນັບມື້ນັບແໜ້ນແຟ້ນກວ່າເກົ່າ ເຊິ່ງໄດ້ຊ່ວຍເຫຼືອການຮ່ວມມື 10+3 ຍົກສູງຄຸນນະພາບ ແລະ ລະດັບຢ່າງໃຫຍ່ ແລະ ໄດ້ເພີ່ມພະລັງແຮງອັນເຂັ້ມແຂງໃຫ້ແກ່ຂະບວນການເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນຂອງພາກພື້ນ. ຝ່າຍຕ່າງໆຢູ່ພາກພື້ນຄວນເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຕົ້ນຕໍຂອງການຮ່ວມມື 10+3 ຢ່າງເຕັມທີ່, ຮ່ວມກັນຮັກສາທ່າອ່ຽງພັດທະນາຢ່າງວ່ອງໄວ ແລະ ດີງາມຂອງພາກພື້ນ.
ຝ່າຍຕ່າງໆໄດ້ຕີລາຄາຄວາມຄືບໜ້າ ແລະ ໝາກຜົນການຮ່ວມມື 10+3 ຢ່າງຕັ້ງໜ້າ, ຄອງຄອຍເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດການຄ້າ, ການເງິນ, ຄວາມໝັ້ນຄົງດ້ານທັນຍາຫານ, ຂະແໜງການທີ່ຈະເລີນໃໝ່, ການພັດທະນາແບບຍືນຍົງ, ວັດທະນະທຳແລະຂົງເຂດອື່ນໆ, ຮ່ວມກັນຮັກສາຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງພາກພື້ນ, ຍົກສູງລະດັບເຊື່ອມໂຍງເຊື່ອມຈອດກັນ ແລະ ເພີ່ມຄວາມໝັ້ນໜຽວຂອງເສດຖະກິດ.