ທ່າ​ນ​ ວາງ​ຮູ້​ນີງ ພົບ​ປະ​ກັບ​ປະ​ທານ​​ລັດ​ຖະ​ສະ​ພາໄທ

CRI, June 25, 2025
Size:

ວັນທີ 22 ມິຖຸນານີ້, ທ່ານ ວາງຮູ້ນີງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ພົບປະກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາໄທ ທັງເປັນປະທານສະພາຜູ້ແທນ ລາດຊະດອນໄທຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານ ວາງຮູ້ນີງ ກ່າວວ່າ: ເດືອນກຸມພາປີນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທທີ່ເດີນທາງມາຢ້ຽມຢາມຈີນ ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນກ່ຽວກັບການລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ໄທ ເຊິ່ງໄດ້ຊີ້ນຳທິດທາງການພັດທະນາສາຍພົວພັນຂອງສອງປະເທດຕື່ມອີກ. ຈີນຍິນດີຮ່ວມກັບໄທປັບປຸງພື້ນຖານດ້ານການເມືອງ, ເສດຖະກິດ ແລະຄວາມຄິດຂອງປະຊາຊົນກ່ຽວກັບຄູ່ຮ່ວມຊາຕາກຳຈີນ-ໄທໃຫ້ໝັ້ນຄົງກວ່າເກົ່າ ແລະສ້າງຄວາມຜາສຸກ ໃຫ້ແກ່ປະຊາຊົນສອງປະເທດຫຼາຍຂຶ້ນກວ່າເກົ່າ.

ທ່ານ ວັນມູຫະມັດນໍ ມະທາ ກ່າວວ່າ: ໄທສະໜັບສະໜູນຂໍ້ລິເລີ່ມທົ່ວໂລກຕ່າງໆທີ່ສະເໜີໂດຍທ່ານ ສີຈິ້ນຜິງ ປະທານປະເທດຈີນ, ຍິນດີຮ່ວມກັບຈີນເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເສດຖະກິດການຄ້າ, ການທ່ອງທ່ຽວ ແລະອື່ນໆ. ປີນີ້ແມ່ນປີທີ່ໄທ-ຈີນສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນຄົບຮອບ 50 ປີ, ລັດຖະສະພາໄທຍິນດີຮ່ວມກັບຈີນເພີ່ມທະວີການແລກປ່ຽນ ແລະການຮ່ວມມື ເພື່ອຊຸກຍູ້ໃຫ້ສອງປະເທດຮ່ວມກັນພັດທະນາສູ່ຄວາມຈະເລີນຮຸ່ງເຮືອງ.