ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ: 5 ຂົງ​ເຂດ​ໃຫຍ່​ທາງ​ດ້ານ​ຍຸດ​ທະ​ສາດ​ຈະ​ສ້າງ​ອະ​ນາ​ຄົດ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ-ຈີນ​ຄືນ​ໃໝ່

CRI, June 25, 2025
Size:

ວັນທີ 19 ມິຖຸນານີ້, ທ່ານ ກາວກິມຮູນ ເລຂາທິການໃຫຍ່ອາຊຽນໄດ້ກ່າວໃນເວລາເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການພົວພັນຈີນ-ອາຊຽນປີ 2025 ທີ່ນະຄອນຫຼວງຈາກາຕາຂອງອິນໂດເນເຊຍວ່າ: 5 ຂົງເຂດໃຫຍ່ທາງດ້ານຍຸດທະສາດຄື:ເສດຖະກິດດີຈີຕອນ,ການຫັນປ່ຽນຮູບແບບການພັດທະນາເປັນແບບສີຂຽວ,ຄວາມໜຽວແໜ້ນຂອງຕ່ອງໂສ້ການສະໜອງ,ການເຊື່ອມໂຍງເຊື່ອມຈອດກັນດ້ານຄົມມະນາຄົມແລະການຮ່ວມມືດ້ານການທ່ອງທ່ຽວຈະສ້າງອະນາຄົດແຫ່ງການພົວພັນລະຫວ່າງອາຊຽນ-ຈີນ ຄືນໃໝ່.

ທ່ານ ກາວກິມຮູນ ກ່າວວ່າ: ນັບແຕ່ຈີນໄດ້ກາຍເປັນປະເທດຄູ່ຮ່ວມສົນທະນາຮອບດ້ານຂອງອາຊຽນໃນປີ 1996 ເປັນຕົ້ນມາ, ການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບໝາກຜົນທີ່ອຸດົມສົມບູນ: ປີ 2002 ລົງມືສ້າງເຂດການຄ້າເສລີອາຊຽນ-ຈີນ,ປີ 2020 ເຊັນສັນຍາກ່ຽວກັບການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຢູ່ໃນພາກພື້ນຫຼື RCEP ທີ່ມີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ, ປີ 2021 ໄດ້ຍົກການພົວພັນສອງຝ່າຍໃຫ້ຂຶ້ນເປັນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ.