ວັນທີ 19 ມິຖຸນານີ້, ງານແລກປ່ຽນຄັງປັນຍາດ້ານການປ້ອງກັນປະເທດ ຈີນ-ອາຊຽນ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນກຸ້ຍຢາງແຂວງກຸ້ຍໂຈ່ວຂອງຈີນ. ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍປ້ອງກັນປະເທດ, ຜູ້ຊ່ຽວຊານ, ນັກວິຊາການແລະຜູ້ຕາງໜ້າຄັ້ງປັນຍາໃນຂົງເຂດກ່ຽວຂ້ອງ ທີ່ມາຈາກຈີນ, 10 ປະເທດສະມາຊິກອາຊຽນ ແລະ ດີມໍເລສເຕ ທັງໝົດ 160 ກວ່າຄົນ ໄດ້ເຂົ້າຮ່ວມງານດັ່ງກ່າວ.
ງານຄັ້ງນີ້ຈະດຳເນີນເປັນເວລາ 3 ມື້, ພາຍໃຕ້ຫົວຂໍ້ “ຮ່ວມກັນຊຸກຍູ້ສັນຕິພາບຂອງພາກພື້ນ ຮ່ວມກັນສ້າງບ້ານເມືອງທີ່ມີຄວາມສະຫງົບສຸກ”, ມີຈຸດປະສົງເພື່ອເຕົ້າໂຮມສະຕິປັນຍາໃນຂົງເຂດປ້ອງກັນປະເທດຂອງຈີນແລະປະເທດສະມາຊິກອາຊຽນ, ລົງເລິກການແລກປ່ຽນທາງດ້ານຍຸດທະສາດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນດ້ານຄວາມໝັ້ນຄົົງ, ເພື່ອສະໜັບສະໜູນດ້ານສະຕິປັນຍາໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນໃຫ້ແໜ້ນແຟ້ນກວ່າເກົ່າ. ໃນໄລຍະຈັດງານ, ຜູ້ຕາງໜ້າທີ່ເຂົ້າຮ່ວມ ຈະລົງເລິກດຳເນີນການຄົ້ນຄວ້າແລະປຶກສາຫາລື ໂດຍປິ່ນອ້ອມຫົວຂໍ້ “ຮ່ວມຊາຕາກຳ: ສະຖານະການປັດຈຸບັນແລະວິໄສທັດແຫ່ງການຮ່ວມມືດ້ານການປ້ອງກັນປະເທດຈີນ-ອາຊຽນ”.