ວັນທີ 19 ມິຖຸນານີ້, ການຈູດເຜົາທຳລາຍຢາເສບຕິດຢ່າງເປີດເຜີຍຮ່ວມລະຫວ່າງຈີນ-ຫວຽດນາມໄດ້ຈັດຂຶ້ນຢູ່ເມືອງນິງມິງນະຄອນຊົງໂຈເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ ໂດຍໄດ້ຈູດເຜົາທຳລາຍຢາເສບຕິດທັງໝົດ 57,53 ກິໂລ.
ເນື່ອງໃນໂອກາດວັນປາບປາມຢາເສບຕິດສາກົນຄັ້ງທີ 38 ໝູນວຽນມາເຖິງ, ນະຄອນຊົງໂຈຂອງເຂດກວາງຊີຈີນໄດ້ຮ່ວມກັບພາກສ່ວນປາບປາມຢາເສບຕິດຂອງແຂວງລາງຊົນຫວຽດນາມຈູດເຜົາທຳລາຍຢາເສບຕິດຢ່າງເປີດເຜີຍ ໂດຍມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືດ້ານການປາບປາມຢາເສບຕິດ,ເພີ່ມທະວີການຄວບຄຸມແລະການປ້ອງກັນຮ່ວມດ້ານການປາບປາມຢາເສບຕິດຢູ່ເຂດຊາຍແດນ,ປຸກລະດົມວົງການຕ່າງໆທາງສັງຄົມເຂົ້າຮ່ວມການສູ້ຮົບດ້ານການປາບປາມຢາເສບຕິດຢ່າງເປັນເຈົ້າການ.
ໃນມື້ດັ່ງກ່າວ, ນະຄອນຊົງໂຈໄດ້ເປີດກິດຈະກຳໂຄສະນາເຜີຍແຜ່ຮ່ວມພາຍໃຕ້ຫົວຂໍ້ “ເດືອນໂຄສະນາການປາບປາມຢາເສບຕິດທົ່ວປວງຊົນ”ແລະໄດ້ຈັດງານວາງສະແດງການສຶກສາແລະໂຄສະນາເຜີຍແຜ່ຄວາມຮູ້ດ້ານການປາບປາມຢາເສບຕິດແລະກິດຈະກຳອື່ນໆ.