ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 9 ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານຂອງຈີນໃນວັນທີ 19 ມິຖຸນານີ້ ແລະ ຈຳດຳເນີນໄປເປັນເວລາ 6 ວັນ. ຜູ້ນຳຫຼາຍປະເທດທີ່ເຂົ້າຮ່ວມພິທີໄຂງານໄດ້ກ່າວຄຳປາໄສໂດຍຊີ້ອອກວ່າ: ພາຍໃຕ້ສະຖານະການສາກົນທີ່ສັບສົນໃນປັດຈຸບັນນີ້,ຈີນຈັດກິດຈະກຳຕ່າງໆເຊັ່ນ:ງານວາງສະແດງສິນຄ້າຈີນ-ອາຊີໃຕ້ແລະອື່ນໆ, ໄດ້ສ້າງໂອກາດໃໝ່ໃຫ້ແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບມີຜົນປະໂຫຍດແລະ ການພັດທະນາທີ່ຈະເລີນຮຸ່ງເຮືອງໃນພາກພື້ນ, ຈະຊຸກຍູ້ການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງປະເທດຕ່າງໆໃນພາກພື້ນຢ່າງແຂງແຮງ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນບັນດາປະເທດ.
ທ່ານວາຊານທາ ສາມາຣາຊີງເຮ ລັດຖະມົນຕີກະຊວງການຄ້າ, ທຸລະກິດ,ຄວາມປອດໄພດ້ານອາຫານ ແລະ ການຮ່ວມມືພັດທະນາສີລັງກາ ເຊິ່ງເປັນປະເທດກິຕິມະສັກຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງນີ້ກ່າວວ່າ: ສີລັງກາຈະໃຊ້ໂອກາດໃນງານເທື່ອນີ້ຢ່າງເຕັມທີ່, ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືກັບຈີນໃນດ້ານການຄ້າແລະ ການລົງທຶນ.
ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວກ່າວວ່າ:ງານວາງສະແດງສິນຄ້າຈີນ-ອາຊີໃຕ້ໄດ້ສ້າງໂອກາດໃຫ້ແກ່ການແລກປ່ຽນການຮ່ວມມືໃນເຂດຂົງຕ່າງໆ ເຊັ່ນ: ເສດຖະກິດການຄ້າແລະການລົງທຶນ, ການຮ່ວມມືດຳເນີນທຸລະກິດ ແລະ ການເຊື່ອມຕໍ່ຕະຫຼາດລະຫວ່າງວິສາຫະກິດແລະ ນັກທຸລະກິດຈາກປະເທດຕ່າງໆ ເຊິ່ງລວມທັງປະເທດລາວ, ທັງຊ່ວຍລັດຖະບານ ແລະ ວິສາຫະກິດເອກະຊົນພ້ອມກັນສ້າງອະນາຄົດທີ່ສົດໃສ ແລະ ຍືນຍົງ.