ເມື່ອບໍ່ດົນມານີ້, ບໍລິສັດ ນ້ຳ ແລະ ໄຟຟ້າ ຈຳກັດ(CWE) ຂອງກຸ່ມບໍລິສັດກໍ່ສ້າງການຄົມມະນາຄົມ (CCCG) ໄດ້ຈັດກິດຈະກຳການຮຽນ-ການສອນ “ຫ້ອງຮຽນສີຂຽວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຢູ່ມະຫາວິທະຍາໄລແຫ່ງຊາດ ປະເທດລາວ ໂດຍແມ່ນ ສຈ. ໂຈ່ວຈ້ຽນຊູ້ (Zhou Jianxu) ຈາກຄະນະໄຟຟ້ານໍ້າຕົກ ແລະ ຊົນລະປະທານ ມະຫາວິທະຍາໄລເຫີໄຮ ສປ ຈີນ ໄດ້ມາບັນຍາຍແບບເຊິ່ງໜ້າຕາມການເຊື້ອເຊີນ ແລະ ມີນັກສຶກສາຈຳນວນ 190 ກວ່າຄົນຈາກມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກຊັບພະວິຊາ ສປປລາວ ເຂົ້າຮ່ວມຮັບຟັງການບັນຍາຍ.
ສຈ. ໂຈ່ວຈ້ຽນຊູ້ ໄດ້ບັນຍາຍພາຍໃຕ້ຫົວຂໍ້ “ຜົນສຳເລັດພົ້ນເດັ່ນ, ເຕັກນິກສຳຄັນໃນການນ້ຳໃຊ້ ແລະ ພັດທະນາພະລັງງານໄຟຟ້ານ້ຳຕົກ”; ໂດຍຜ່ານການນຳສະເໜີວິສະວະກຳສີຂຽວຕ່າງໆຢູ່ຈີນ ເຊັ່ນ: ເຂື່ອນໄຟຟ້ານ້ຳຕົກ, ເຂື່ອນໄຟຟ້າສູບນ້ຳຜະລິດໄຟຟ້າ ໝູນວຽນ, ໂຄງການປະສານສົມທົບລະຫວ່າງພະລັງງານນ້ຳ, ພະລັງງານລົມ ແລະ ພະລັງງານແສງຕາເວັນ ກໍຄື ບັນດາໂຄງການຕົວແບບຢູ່ລາວ, ໂດຍເພິ່ນໄດ້ອະທິບາຍແບບເຂົ້າໃຈງ່າຍກ່ຽວກັບເຂື່ອນໄຟຟ້າທີ່ຫັນປ່ຽນສາຍນ້ຳໄຫຼໃຫ້ເປັນແສງສະຫວ່າງໄດ້ຄືແນວໃດ ແລະ ຄວນຮັກສາຄວາມດຸນດ່ຽງດ້ານລະບົບນິເວດໃນເຂດລ້ອງແມ່ນ້ຳຄືແນວໃດ ເພື່ອຊ່ວຍໃຫ້ບັນດານັກສຶກສາກຳໄດ້ຄວາມຮູ້ກ່ຽວກັບພະລັງງານເປັນຢ່າງດີ. ພ້ອມນັ້ນ, ເພິ່ນຍັງໄດ້ບັນຍາຍຢ່າງເປັນລະບົບ ແລະ ຮອບດ້ານກ່ຽວກັບເຕັກນິກວິສະວະກຳໄຟຟ້ານ້ຳຕົກ, ພ້ອມທັງໄດ້ນຳສະເໜີກ່ຽວກັບສະພາບການໃນປັດຈຸບັນ, ທ່າອ່ຽງການພັດທະນາຂອງເຕັກນິກພະລັງງານສະອາດ ແລະ ສີຂຽວ ພາຍໃຕ້ເປົ້າໝາຍກ່ຽວກັບການຫຼຸດຜ່ອນການປ່ອຍກາກບອນຂອງຈີນ. ຢູ່ໃນຫ້ອງຮຽນ, ບັນດານັກສຶກສາໄດ້ດໍາເນີນການແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກະຕືລືລົ້ນ. ສ່ວນນັກວິສະວະກອນຝ່າຍຈີນ ແລະ ຝ່າຍລາວທີ່ມີສ່ວນຮ່ວມໃນການກໍ່ສ້າງ ແລະ ດຳເນີນງານຂອງເຂື່ອນໄຟຟ້ານໍ້າລີກ 1-2 ຢູ່ລາວ ໄດ້ແບ່ງປັນປະສົບການກ່ຽວກັບການປະຕິບັດຕົວຈິງ, ບົດຮຽນ ແລະ ຜົນສຳເລັດໃນການກໍ່ສ້າງວິສະວະກຳ ແລະ ການຄຸ້ມຄອງໂຄງການ.
ກິດຈະກຳນີ້ ແມ່ນການປະຕິບັດຕົວຈິງຢ່າງມີຊີວິດຊີວາ ທີ່ວິສາຫະກິດຈີນຮັບໃຊ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຊຸກຍູ້ການຜັນຂະຫຍາຍກົນໄກ “ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ ລົງເລິກການແລກປ່ຽນດ້ານວັດທະນະທຳຈີນ-ລາວ. ການຖ່າຍທອດຄວາມຮູ້ຂ້າມພົມແດນແບບນີ້ ບໍ່ພຽງແຕ່ຈະປະກອບສ່ວນເຂົ້າໃນການພັດທະນາພະລັງງານສີຂຽວຢູ່ໃນທ້ອງຖິ່ນເທົ່ນັ້ນ, ຍັງຈະຊ່ວຍບໍາລຸງສ້າງບຸກຄະລາກອນດ້ານວິຊາການໃຫ້ແກ່ການສ້າງ “ປະ ຊາຄົມຮ່ວມຊາຕາກຳບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ ເພີ່ມພູນຄູນສ້າງແຮງຂັບເຄື່ອນດ້ານສະຕິປັນຍາຕື່ມອີກ.