ຈັດງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 9 ຢູ່ຄຸນໝິງ

CRI, June 22, 2025
Size:

ວັນທີ 19 ມິຖຸນານີ້, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານຂອງຈີນ, ທ່ານວາງຕົ່ງມີງ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ເຂົ້າຮ່ວມພິທີໄຂງານ ແລະ ກ່າວຄຳປາໃສ.

ທ່ານວາງຕົ່ງມີງຊີ້ອອກວ່າ: ໃນຫຼາຍປີມໍ່ໆມານີ້, ຈີນ ກັບ ບັນດາປະເທດໃນອາຊີໃຕ້ໄດ້ລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ,ການແລະປ່ຽນໃນດ້ານເສດຖະກິດການຄ້າໄດ້ຮັກສາທ່າອ່ຽງການພັດທະນາທີ່ດີງາມ. ຈີນຍິນດີເຮັດໃຫ້ການພັດທະນາຂອງປະເທດຕົນເຊື່ອມໂຍງກັບການພັດທະນາຂອງບັນດາປະເທດໃນອາຊີໃຕ້ຢ່າງໃກ້ຊິດກວ່າເກົ່າ, ຖືເອົາການກໍ່ສ້າງ “ບ້ານເກີດ 5 ຢ່າງ” ຄື: ສັນຕິພາບ, ຄວາມສະຫງົບສຸກ, ຄວາມຈະເລີນຮຸ່ງເຮືອງ, ສວຍສົດງົດງາມ ແລະ ມີໄມຕີຈິດມິດຕະພາບເປັນວິໄສທັດຮ່ວມກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດຢ່າງບໍ່ຢຸດຢັ້ງ, ປົກປັກຮັກສາລັດທິຫຼາຍຝ່າຍຢ່າງເຂັ້ມແຂງ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງຢ່າງຕໍ່ເນື່ອງ, ຖອດຖອນບົດຮຽນຢ່າງຕັ້ງໜ້າ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳກັບເຂດອ້ອມຂ້າງ, ແລະຮ່ວມກັນສ້າງອະນາຄົດທີ່ດີງາມ.