ວັນທີ 18 ມິຖຸນານີ້, ສະມາຄົມມິດຕະພາບກັບຕ່າງປະເທດປະຊາຊົນຈີນ ຮ່ວມກັບ ສະຖານທູດມຽນມາປະຈຳຈີນ ໄດ້ຈັດ ງານລ້ຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ມຽນມາຄົບຮອບ 75 ປີ ຢູ່ນະຄອນຫຼວງປັກກິ່ງ. ທ່ານ ຊ້າຍຕາເຟີ່ງ ຮອງປະທານຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນ ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງ ພ້ອມທັງກ່າວຄຳປາໄສ. ແຂກຜູ້ມີກຽດທີ່ມາຈາກ ກະຊວງການຕ່າງປະເທດຈີນ, ກະຊວງການຄ້າຈີນ, ສະຖານທູດມຽນມາປະຈຳຈີນ ແລະວົງການຕ່າງໆຂອງຈີນແລະມຽນມາ ປະມານ 200 ຄົນໄດ້ເຂົ້າຮ່ວມງານລ້ຽງດັ່ງກ່າວ.