ຕອນເຊົ້າວັນທີ 16 ມິຖຸນານີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ກົມສະຖິຕິແຫ່ງຊາດຈີນໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດແຫ່ງຊາດໃນເດືອນພຶດສະພາ. ຜູ້ຮັບຜິດ ຊອບທີ່ກ່ຽວຂ້ອງກ່າວວ່າ: ຄຽງຄູ່ກັບຈີນໄດ້ພະຍາຍາມປະຕິບັດນະໂຍບາຍດ້ານມະຫາພາກຢ່າງຕັ້ງໜ້າກວ່າເກົ່າ, ໃນເດືອນພຶດສະພາ, ເສດຖະກິດແຫ່ງຊາດສາມາດທົນທານຕໍ່ຄວາມກົດດັນແລະດຳເນີນໄປຢ່າງໝັ້ນທ່ຽງ, ຄວາມຕ້ອງການດ້ານການຜະລິດເພີ່ມຂຶ້ນຢ່າງໝັ້ນທ່ຽງ, ສະພາບການປະກອບອາຊີບໂດຍລວມມີຄວາມໝັ້ນທ່ຽງ, ກຳລັງແຮງໃໝ່ເຕີບໂຕເຂັ້ມແຂງຂຶ້ນ, ການພັດທະນາທີ່ມີຄຸນນະພາບສູງກຳລັງມຸ່ງໜ້າໄປສູ່ທິດທາງທີ່ດີແລະທິດທາງໃໝ່.
ຕາມຕົວເລກສະແດງໃຫ້ເຫັນວ່າ: ການຜະລິດໃນຂະແໜງອຸດສາຫະກຳໄດ້ຮັບການເຕີບໂຕຢ່າງໝັ້ນທ່ຽງ, ການເຕີບໂຕດ້ານຂະແໜງການບໍລິການໄວກວ່າເກົ່າ, ຍອດຈຳໜ່າຍໃນຕະຫຼາດໄດ້ຮັບການຟື້ນຟູສູງຂຶ້ນຢ່າງຊັດເຈນ, ການລົງທຶນດ້ານຊັບສິນຄົງທີ່ໄດ້ຮັບການເປີດກວ້າງຢ່າງຕໍ່ເນື່ອງ. ເມື່ອສັງເກດຈາກດ້ານລວມແລ້ວເຫັນວ່າ, ໃນເດືອນພຶດສະພາ, ເສດຖະກິດແຫ່ງຊາດໂດຍລວມໄດ້ຮັກສາທ່າອ່ຽງທີ່ມີຄວາມໝັ້ນທ່ຽງ, ໃນຄວາມໝັ້ນທ່ຽງແມ່ນມີຄວາມກ້າວໜ້າ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໜຽວແໜ້ນແລະຄວາມຊີວິດຊີວາຂອງເສດຖະກິດຈີນຢ່າງເຕັມທີ່.