WTO ຍ້ອງ​ຍໍຈີນປະ​ຕິ​ບັດ​ມາດ​ຕະ​ການຍົກ​ເວັ້ນ​ພາ​ສີ​ຕໍ່​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ

CRI, June 19, 2025
Size:

ແຕ່ວັນທີ 16 ຫາ 18 ມິຖຸນານີ້, ອົງການການຄ້າໂລກ ຫຼື WTO ໄດ້ຈັດກອງປະຊຸມຕ່າງໆ ຢູ່ນະຄອນເຊີແນວປະເທດສະວິດ. ໃນໄລຍະຈັດກອງປະຊຸມ, ຜູ້ຕາງໜ້າຈີນໄດ້ແຈ້ງໃຫ້ WTO ຮັບຮູ້ຢ່າງເປັນທາງການວ່າ, ຈີນໄດ້ຍົກເວັ້ນພາສີຕໍ່ສິນຄ້າທັງໝົດທີ່ນຳເຂົ້າຈາກປະເທດດ້ອຍພັດທະນາທີ່ສຸດ ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ.

ຜູ້ຕາງໜ້າຈີນຍັງກ່າວຕື່ມວ່າ: ຍິນດີຜ່ານການປຶກສາຫາລື ແລະ ລົງນາມສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດເພື່ອພັດທະນາຮ່ວມກັນ, ປະຕິບັດມາດຕະການຍົກເວັ້ນພາສີຕໍ່ສິນຄ້າທັງໝົດທີ່ນຳເຂົ້າຈາກ 53 ປະເທດອາຟຣິກາ ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ.

ຜູ້ຕາງໜ້າ ຂອງກຸ່ມປະເທດດ້ອຍພັດທະນາທີ່ສຸດ, ກຸ່ມອາຟຣິກາ ແລະອື່ນໆປະຈຳ WTO ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ຈີນ, ໂດຍເນັ້ນໜັກວ່າ: ປະເທດສະມາຊິກທີ່ກຳລັງພັດທະນາ ພວມຜະເຊີນໜ້າກັບສິ່ງທ້າທາຍແລະຄວາມບໍ່ແນ່ນອນທີ່ບໍ່ເຄີຍມີມາກ່ອນໃນການເຕີບໂຕດ້ານເສດຖະກິດ, ມາດຕະການຂອງຈີນເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກອື່ນໆ.