ກອງປະຊຸມຄະນະກຳມະການນັກວິສາຫະກິດຈີນ-ອາຊີກາງຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນຫຼວງອັສຕານາຂອງກາຊັກສະຖານໃນວັນທີ 17 ມິຖຸນານີ້, ໃນ ກອງປະຊຸມ, ຜູ້ຕາງໜ້າຈາກວົງການອຸດສາຫະກຳການຄ້າຂອງຈີນແລະບັນດາປະເທດໃນອາຊີກາງໄດ້ລົງເລິກຄົ້ນຄວ້າປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ການພັດທະນາພະລັງງານສີຂຽວ,ການຮ່ວມມືດ້ານເຕັກໂນໂລຊີຂໍ້ມູນຂ່າວສານແລະຫົວຂໍ້ປະຊຸມອື່ນໆ. ວິສາຫະກິດຈີນແລະວິສາຫະກິດຈາກປະເທດໃນອາຊີກາງໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຫຼືສັນຍາຮ່ວມມື 30 ກວ່າສະບັບ. ທ່ານ ເຊ ຈູມາກາຣິນ ຮອງນາຍົກລັດຖະມົນຕີກາຊັກສະຖານແລະທ່ານອື່ນໆພ້ອມດ້ວຍຜູ້ຕາງໜ້າຈາກລັດຖະບານກໍຄືວົງການອຸດສາຫະກຳການຄ້າຂອງຈີນແລະປະເທດໃນອາຊີກາງ, ຜູ້ຊ່ຽວຊານ, ນັກວິຊາການແລະສື່ມວນຊົນເກືອບ 1 ພັນຄົນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.