ວັນທີ 16 ມິຖຸນານີ້, ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳວ່າ: ຈີນຍິນດີຕ້ອນຮັບຫວຽດນາມກາຍເປັນ ປະເທດຄູ່ຮ່ວມບຣິກສ໌. ຈີນຍິນດີຮ່ວມກັບປະເທດສະມາຊິກບຣິກສ໌ແລະປະເທດຄູ່ຮ່ວມບຣິກສ໌, ຮ່ວມກັນສ້າງການພົວພັນຄູ່ຮ່ວມມືທີ່ຮອບດ້ານ, ແໜ້ນແຟ້ນ, ຕິດແທດຕົວຈິງແລະກວມລວມກວ່າເກົ່າ ເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຂອງ “ການຮ່ວມມືບຣິກສ໌ໃຫຍ່”.
ທ່ານ ກົ່ວເຈ່ຍຄຸ່ນ ກ່າວຕື່ມວ່າ, ຫວຽດນາມເຂົ້າຮ່ວມການຮ່ວມມືບຣິກສ໌, ບໍ່ພຽງແຕ່ມີຜົນດີຕໍ່ການພັດທະນາປະເທດຂອງຕົນເທົ່ານັ້ນ, ຫາກຍັງກໍ່ສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງປະເທດສະມາຊິກບຣິກສ໌ແລະເຂດໂລກໃຕ້. ເຊື່ອໝັ້ນວ່າ, ຫວຽດນາມຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກົນໄກບຣິກສ໌.