ວັນທີ 16 ມິຖຸນານີ້, ທ່ານກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວກ່ຽວກັບການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງຈີນ-ບັນດາປະເທດໃນອາຊີກາງຢູ່ກອງປະຊຸມຖະແຫຼງຂ່າວປະຈຳວ່າ: ໃນປີ 2024, ຍອດມູນຄ່າການຄ້າຂາເຂົ້າຂາອອກລະຫວ່າງຈີນ-ບັນດາປະເທດໃນອາຊີກາງໄດ້ບັນລຸເຖິງ 674 ຕື້ 150 ລ້ານຢວນເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ເພີ່ມຂຶ້ນ 116% ເມື່ອທຽບໃສ່ປີ 2013. ທໍ່ສົ່ງນ້ຳມັນເຊື້ອໄຟຈີນ-ກາຊັກສະຖານ, ທໍ່ສົ່ງອາຍແກັສທຳມະຊາດຈີນ-ອາຊີກາງໄດ້ສ້າງຮູບແບບໃໝ່ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ທາງຫຼວງຈີນ-ຕາຈິກິດສະຖານ, ທາງຫຼວງຈີນ-ກຽກກິດສະຖານ-ອຸດສະເບກິດສະຖານແລະທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກິດສະຖານໄດ້ຊຸກຍູ້ໃຫ້ການເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນກ້າວເຂົ້າສູ່ລະດັບໃໝ່. ອາຊີກາງບໍ່ພຽງແຕ່ແມ່ນພາກພື້ນທີ່ໄດ້ຮັບການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກ່ອນໝູ່ເທົ່ານັ້ນ, ຍັງແມ່ນພາກພື້ນທີ່ພັດທະນາກ່ອນໝູ່ຂອງການຮ່ວມສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ.