ການສົ່ງອອກຜະລິດຕະພັນກະສິກໍາຂອງລາວໃນປີ 2025 ມີທ່າອ່ຽງຂະຫຍາຍຕົວທີ່ແຂງແຮງ, ສັງເກດໄດ້ຈາກຍອດມູນຄ່າການສົ່ງອອກຂອງລາວໃນໄລຍະ 5 ເດືອນທໍາອິດຂອງປີນີ້ບັນລຸເຖິງ 977 ລ້ານໂດລາ, ກວມເອົາ 65% ຂອງແຜນການປະຈໍາປີທີ່ກໍານົດໄວ້ 1 ຕື້ 500 ລ້ານໂດລາຢ່າງໄວກວ່າກໍານົດ.
ອີງຕາມສື່ມວນຊົນລາວລາຍງານວ່າ: ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວໄດ້ແຈ້ງຜົນສໍາເລັດດັ່ງກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດລາວຊຸດທີ 9, ພ້ອມຢືນຢັນວ່າຈະບຸກເບີກສູ່ຕະຫຼາດຈະເລີນໃໝ່ຢ່າງຕັ້ງໜ້າ ເພື່ອຂະຫຍາຍການສົ່ງອອກຜະລິດຕະພັນກະສິກໍາຕື່ມອີກ.
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຈີນສືບຕໍ່ຮັກສາຖານະທີ່ເປັນປະເທດນໍາເຂົ້າຜະລິດຕະພັນກະສິກໍາຈາກລາວໃຫຍ່ອັນດັບໜຶ່ງ. ປັດຈຸບັນ, ສອງປະເທດຈີນ-ລາວພວມປຶກສາຫາລືກ່ຽວກັບການສົ່ງອອກຊີ້ນແຊ່ເຢັນ ແລະ ຜະລິດຕະພັນຊີ້ນ, ພ້ອມດຽວກັນນີ້, ລາວມີແຜນຈະສົ່ງອອກໝາກມ່ວງໄປຈີນປະມານ 1.500 ໂຕນພາຍໃນປີນີ້.