ວັນທີ 13 ມິຖຸນານີ້, ລົດໄຟ EMU CR200J ຂອງ“ຂະບວນລ້ານຊ້າງ” ເຊິ່ງເປັນຂະບວນທີ 5 ຂອງທາງລົດໄຟລາວ-ຈີນໄດ້ເດີນທາງໄປຮອດປະເທດລາວຢ່າງສະດວກ. ນີ້ຖືເປັນຂີດໝາຍສຳຄັນໃນການຮັບປະກັນການຂົນສົ່ງຂອງທາງລົດໄຟລາວ-ຈີນໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ບໍລິສັດທາງລົດໄຟລາວ-ຈີນຈຳກັດເປີດເຜີຍວ່າ: ພາຍຫຼັງ “ຂະບວນລ້ານຊ້າງ” ຂະບວນທີ 5 ເລີ່ມນຳໃຊ້ແລ້ວ, ຈະຜ່ອນຄາຍຄວາມກົດດັນໃນດ້ານການຂົນສົ່ງຜູ້ໂດຍສານໄລຍະທີ່ມີນັກທ່ອງທ່ຽວຫຼາຍ ແລະ ມື້ບຸນວັນພັກຕື່ມອີກ, ຍົກສູງປະສິດທິພາບການໝູນເດີນ ແລະ ລະດັບການບໍລິການຂອງລົດໄຟ, ຄາດວ່າຈະຂະຫຍາຍໄລຍະຂາຍປີ້ລົດໄຟລ່ວງໜ້າ, ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໃນການກະກຽມອອກເດີນທາງລ່ວງໜ້າ.
ທ່ານງາມປະສົງ ເມືອງມະນີ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວກ່າວວ່າ: “ຂະບວນລ້ານຊ້າງ” ຂະບວນທີ 5 ເດີນທາງມາຮອດປະເທດລາວຈະມີຜົນດີຕໍ່ການຍົກສູງປະສິດທິພາບດ້ານການຂົນສົ່ງຂອງທາງລົດໄຟຕື່ມອີກ, ອຳນວຍຄວາມສະດວກໃຫ້ແກ່ການອອກເດີນທາງຂອງປະຊາຊົນລາວ, ຊຸກຍູ້ຂະບວນການຫັນເປັນແບບທັນສະໄໝທາງດ້ານການຄົມມະນາຄົມຂອງລາວ, ແລະເພີ່ມທະວີບົດບາດທີ່ເປັນສູນກາງຂອງປະເທດລາວໃນການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ການຂົນສົ່ງຂ້າມຊາດ.