ພາຍໃຕ້ການຊຸກຍູ້ຮ່ວມກັນ ແລະ ການປຶກສາຫາລືຢ່າງມີໄມຕີຈິດມິດຕະພາບລະຫວ່າງປະເທດສະມາຊິກ, ວັນທີ 10 ມິຖຸນານີ້, ທ່ານໂຢສ້ຽວເວີນ ຜູ້ວ່າການແທນເລຂາທິການໃຫຍ່ຂອງສູນການຮ່ວມມືປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ທ່ານດັງຊວນຮົງ ຫົວໜ້າກົມພົວພັນຕ່າງປະເທດກະຊວງຕຳຫຼວດຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງສູນການຮ່ວມມືປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ກັບ ກະຊວງຕຳຫຼວດຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍປະເທດຫວຽດນາມ.
ບົດບັນທຶກຄວາມເຂົ້າໃຈດັ່ງກ່າວລະບຸວ່າ: ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສອງຝ່າຍຈະເພີ່ມທະວີການຮ່ວມມືທີ່ຕິດແທດຕົວຈິງຕ່າງໆ ເປັນຕົ້ນ: ການປາບປາມອາຊະຍາກຳຂ້າມຊາດ, ການຮ່ວມກັນຊົມໃຊ້ຂໍ້ມູນດ້ານການປະຕິບັດກົດໝາຍ ແລະ ການສ້າງຄວາມສາມາດດ້ານການປະຕິບັດກົດໝາຍ, ຮ່ວມກັນສ້າງສະພາບແວດລ້ອມໃນພາກພື້ນທີ່ມີຄວາມໝັດຄົງ ແລະ ຄວາມເຂັ້ມແຂງຫຼາຍຂຶ້ນກວ່າເກົ່າ ເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນທີ່ອາໄສຢູ່ເຂດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ກໍຄືຄວາມສະຫງົບ ແລະ ສະຖຽນລະພາບຂອງພາກພື້ນ.