ແຂວງຢຸນນານຈີນ ນຳໃຊ້ນະໂຍບາຍ ແລະ ມາດຕະການ “3 ຍົກເວັ້ນ 3 ສະດວກ” ໃຫ້ແກ່ 5 ປະເທດລ່ອງແມ່ນ້ຳຂອງ ຄື: ສະໜອງສາງສະສົມສິນຄ້າປອດພາສີໂດຍບໍ່ເສຍຄ່າມີເນື້ອທີ່ 10.000 ຕາແມັດ, ຫໍວາງສະແດງອອຟລາຍໂດຍບໍ່ເສຍຄ່າມີເນື້ອທີ່ 10.000 ຕາແມັດ, ເຂົ້າປະຈຳຢູ່ໃນຮ້ານອອນລາຍໂດຍບໍ່ເສຍຄ່າ, ອຳນວຍຄວາມສະດວກດ້ານການຈໍລະຈອນສິນຄ້າໃນການຈັບຈ່າຍຊື້ຂາຍໃນຕະຫຼາດ, ຄວາມສະດວກດ້ານການຜ່ານດ່ານສຳລັບຜະລິດຕະພັນກະສິກຳ ແລະ ຜະລິດຕະພັນສຳຮອງປະເພດສົດ ແລະ ເນົ່າເປື່ອຍງ່າຍ, ຄວາມສະດວກໃນການຂົນສົ່ງຜ່ານຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຕາມທາງລົດໄຟລາວ-ຈີນ, ສົ່ງເສີມການນຳໃຊ້ວີຊາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງຮອບດ້ານ, ຍົກເວັ້ນວີຊາໃຫ້ແກ່ຄະນະນັກທ່ອງທ່ຽວຂອງປະເທດສະມາຊິກອາຊຽນທີ່ເຂົ້າເມືອງຢູ່ສິບສອງພັ່ນນາ ແລະ ມາດຕະການອຳນວຍຄວາມສະດວກອື່ນໆ.
ວັນທີ 6 ມິຖຸນາ2025, ທ່ານລິວຢົງ ຮອງເຈົ້າແຂວງແຂວງຢຸນນານກ່າວໃນກອງປະຊຸມຖະແຫຼງຂ່າວຂອງຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນວ່າ: ມູນຄ່າການຄ້າລະຫວ່າງແຂວງຢຸນນານກັບປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ໄດ້ຮັກສາລະດັບສູງກວ່າ 100 ຕື້ຢວນເປັນເວລາ 7 ປີຢ່າງລຽນຕິດ, ເຊິ່ງໄດ້ຊຸກຍູ້ການພັດທະນາແບບປະສານກົມກຽວຂອງພາກພື້ນຢ່າງມີປະສິດທິຜົນ.
ທ່ານລິວຢົງໃຫ້ຮູ້ຕື່ມວ່າ: ແຂວງຢຸນນານໄດ້ຖືເອົາການເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງເປັນສິ່ງຄ້ຳຊູທີ່ສຳຄັນ, ສ້າງແບບຢ່າງທີ່ດີທີ່ພາກພື້ນລຽບຕາມທາງລົດໄຟລາວ-ຈີນພັດທະນາແບບຊົມໃຊ້ຮ່ວມກັນ, ໄດ້ເປີດບໍລິການຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ສາຍກວາງຕຸ້ງ - ຢຸນນານ·ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” “ສາຍປັກກິ່ງ-ຢຸນນານ·ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ ຂະບວນລົດໄຟທີ່ຂົນສົ່ງດ້ວຍຫຼາຍຮູບແບບຈາກຄຸນໝິງແຂວງຢຸນນານຈີນໄປສູ່ແຂວງຣະນອງປະເທດໄທ, ໄດ້ເປີດຂະບວນລົດໄຟທ່ອງທ່ຽວຂ້າມຊາດຂະບວນທຳອິດຂອງຈີນ, ເຄືອຂ່າຍການຂົນສົ່ງຂອງທາງລົດໄຟລາວ-ຈີນໄດ້ປົກຄຸມ 31 ແຂວງ (ເຂດປົກຄອງຕົນເອງ ແລະ ກຳແພງນະຄອນ) ພາຍໃນປະເທດຈີນ ພ້ອມກັບ 19 ປະເທດ ແລະ ເຂດແຄວ້ນເຊິ່ງລວມທັງລາວ, ຫວຽດນາມ, ໄທ, ສິງກະໂປ ແລະອື່ນໆ, ລວມເຖິງສິນຄ້າຫຼາຍກວ່າ 3.000 ຊະນິດ, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 53 ລ້ານເທື່ອຄົນ, ສິນຄ້າຫຼາຍກວ່າ 60 ລ້ານໂຕນ, ເຊິ່ງໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດຂອງພາກພື້ນ.
ນອກນີ້, ແຂວງຢຸນນານຍັງໄດ້ປະຕິບັດໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນແບບ “ນ້ອຍ ແລະ ງາມ”, ສ້າງ “ໂຮງຮຽນເຂດຊາຍແດນ” ແລະ “ໂຮງໝໍເຂດຊາຍແດນ”, ໄດ້ໃຫ້ບໍລິການກວດພະຍາດຫົວໃຈໃຫ້ເດັກນ້ອຍ ລາວ, ເນປານ, ບັງກະລາເດັດ ແລະປະເທດອື່ນໆເກືອບ 10.000 ຄົນ. ໄດ້ດຳເນີນກິດຈະກຳຮ່ວມສະໜຸກຂອງປະຊາຊົນຢູ່ເຂດຊາຍແດນຈີນ-ລາວ, ຈີນ-ຫວຽດນາມ ແລະ ຈີນ-ມຽນມາ, ຊຸກຍູ້ໃຫ້ມິດຕະພາບຖານບ້ານໃກ້ເຮືອນຄຽງຍົກລະດັບສູງຂຶ້ນ.