ໝາກ​ມ່ວງຂອງ​ລາວ​​ໄດ້ສົ່ງ​ໄປ​ຈີນ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ຄັ້ງ​ທຳ​ອິດ

lmcchina.org, June 12, 2025
Size:

ເມື່ອບໍ່ດົນມານີ້, ໝາກມ່ວງຂອງລາວຈຳນວນ 50 ກວ່າໂຕນໄດ້ສົ່ງເຖິງນະຄອນຄຸນໝິງແຂວງຢຸນນານຈີນ ໂດຍຜ່ານຂະບວນລົດໄຟບັນທຸກສິນຄ້າສາກົນ ຕາມ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂອງທາງລົດໄຟລາວ-ຈີນ, ເປັນການເພີ່ມສິນຄ້າອີກຊະນິດໜຶ່ງຫຼັງຈາກການຂົນສົ່ງໝາກໄມ້ເຂດຮ້ອນຂອງອາຊີຕາເວັນອອກສຽງໃຕ້ ເຊັ່ນ: ໝາກຖົ່ວລຽນ ໝາກມັງຄຸດ ແລະອື່ນໆຕາມທາງລົດໄຟລາວ-ຈີນຢ່າງມີຜົນສຳເລັດ.

ໝາກມ່ວງແມ່ນໝາກໄມ້ເຂດຮ້ອນທີ່ເນົ່າໄວ ແລະ ມີມາດຕະຖານຢ່າງເຄັ່ງຄັດຕໍ່ເງື່ອນໄຂການຂົນສົ່ງ. ໝາກມ່ວງງວດນີ້ໄດ້ອີງໃສ່ທ່າແຮງທີ່ຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂອງທາງລົດໄຟລາວ-ຈີນ ທີ່ມີຕາຕະລາງເວລາແນ່ນອນ ມີສະຖານີແນ່ນອນ ມີເສັ້ນທາງແນ່ນອນ ແລະ ມີຖ້ຽວລົດໄຟແນ່ນອນ, ໃຊ້ເວລາ ບໍ່ຮອດ 50 ຊົ່ວໂມງ, ກໍສາມາດສົ່ງຈາກປະເທດລາວໄປເຖິງນະຄອນຄຸນໝິງ. ຕະຫຼອດໄລຍະທາງໄດ້ຂົນສົ່ງດ້ວຍຕູ້ສິນຄ້າແຊ່ເຢັນ ເຊິ່ງໄດ້ສ້າງສະພາບແວດລ້ອມທີ່ມີອຸນຫະພູມ ແລະ ຄວາມຊຸ່ມແບບຄົງທີ່ໃຫ້ແກ່ໝາກມ່ວງ, ເຮັດໃຫ້ຜູ້ບໍລິໂພກຂອງຈີນໄດ້ກິນໝາກໄມ້ເຂດຮ້ອນສົດໆໂດຍໄວ.

ໃນຊຸມປີມໍ່ໆມານີ້, ໝາກໄມ້ເຂດຮ້ອນຊະນິດຕ່າງໆຈາກອາຊີຕາເວັນອອກສຽງໃຕ້ ເຊັ່ນ: ໝາກມັງຄຸດ ໝາກລຳໄຍ ໝາກຖົ່ວລຽນ ແລະອື່ນໆ ໄດ້ຮັບຄວາມນິຍົມຊົມຊອບໃນລະດັບສູງຈາກຕະຫຼາດໝາກໄມ້ ແລະ ຜູ້ບໍລິໂພກຂອງຈີນ. ທາງລົດໄຟລາວ-ຈີນໄດ້ກາຍເປັນທາງຜ່ານສຳຄັນທີ່ໝາກໄມ້ເຫຼົ່ານີ້ເຂົ້າສູ່ຕະຫຼາດຈີນ. ສະເພາະປີນີ້ໄດ້ຂົນສົ່ງໝາກໄມ້ຜ່ານທາງລົດໄຟລາວ-ຈີນລວມທັງໝົດ 94.000 ໂຕນ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.