ວັນທີ 10 ມິຖຸນານີ້, ສະພາການພັດທະນາກຳປູເຈຍໄດ້ເຜີຍແຜ່ບົດລາຍງານສະແດງໃຫ້ເຫັນວ່າ: ເດືອນພຶດສະພາປີ2025ນີ້, ສະພາການພັດທະນາກຳປູເຈຍໄດ້ຈົດທະບຽນໂຄງການລົງທຶນທັງໝົດ 59 ໂຄງການ, ຍອດມູນຄ່າການລົງທຶນມີປະມານ816 ລ້ານໂດລາ, ຄາດວ່າຈະສ້າງວຽກເຮັດງານທຳໄດ້ປະມານ 44.000 ຕຳແໜ່ງ.
ເມື່ອທຽບໃສ່ໄລຍະດຽວກັນຂອງປີ2024, ຈຳນວນໂຄງການລົງທຶນຢູ່ກຳປູເຈຍໃນເດືອນພຶດສະພາປີ2025ໄດ້ເພີ່ມຂຶ້ນ 34 ໂຄງການ ເທົ່າກັບປະມານ136%; ຍອດມູນຄ່າການລົງທຶນໄດ້ເພີ່ມຂຶ້ນປະມານ 570 ລ້ານໂດລາ, ເທົ່າກັບປະມານ 231%. ໃນນີ້, ການລົງທຶນຂອງຈີນໄດ້ກວມເອົາ 84,8% ຂອງຍອດມູນຄ່າການລົງທຶນທັງໝົດ.
ໄລຍະ5ເດືອນທຳອິດຂອງປີ2025 ຈີນຍັງຄົງເປັນແຫຼ່ງການລົງທຶນຫຼາຍອັນດັບໜຶ່ງຂອງກຳປູເຈຍ ເຊິ່ງກວມເອົາເຖິງ 62,27%, ຮອງລົງມາແມ່ນກຳປູເຈຍ ກວມເອົາ 23,28% ແລະ ສິງກະໂປ ເປັນອັນດັບສາມ ກວມເອົາ 9,63%.
ແຫຼ່ງຂ່າວຈາກ: CGTN