ອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນອອກປະກາດແຈ້ງການໃນວັນທີ 12 ມິຖຸນານີ້ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 12 ມິຖຸນາ 2025 ເປັນຕົ້ນໄປ, ປະຊາຊົນອິນໂດເນເຊຍສາມາດເດີນທາງມາປະເທດຈີນໄດ້ຢ່າງສະດວກໂດຍນຳໃຊ້ນະໂຍບາຍຍົກເວັ້ນວິຊາໃຫ້ຜູ້ໂດຍສານຜ່ານແດນຈີນບໍ່ກາຍ 240 ຊົ່ວໂມງ, ປະເທດທີ່ສາມາດນຳໃຊ້ນະໂຍບາຍດັ່ງກ່າວໄດ້ເພີ່ມຂຶ້ນເປັນ 55 ປະເທດແລ້ວ.
ປັດຈຸບັນ, ປະຊາຊົນຈາກ 55 ປະເທດເຊັ່ນອິນໂດເນເຊຍ, ຣັດເຊຍ, ອັງກິດ ແລະ ອື່ນໆຖືເອກະສານເດີນທາງສາກົນທີ່ມີຜົນບັງຄັບໃຊ້ ແລະ ປີ້ໂດຍສານທີ່ມີວັນເວລາ ແລະ ບ່ອນນັ່ງທີ່ລະອຽດ, ເດີນທາງຜ່ານດິນແດນປະເທດຈີນໄປປະເທດຫຼືເຂດແຄວ້ນທີ 3, ສາມາດເຂົ້າເມືອງຈີນແບບຍົກເວັ້ນວິຊາຈາກ 60 ດ່ານຢູ່ 24 ເຂດແຂວງ ແລະ ກຳແພງນະຄອນຂອງຈີນເຊັ່ນ: ນະຄອນຫຼວງປັກກິ່ງ, ກຳແພງນະຄອນຊຽງໄຮ້ ແລະ ອື່ນໆ, ທັງສາມາດເຄື່ອນໄຫວຢູ່ປະເທດຈີນບໍ່ກາຍ 10 ວັນຢູ່ພື້ນທີທີ່ກຳນົດໄວ້.