ກອງປະຊຸມແລກປ່ຽນຄວາມເຫັນເພື່ອເຊື່ອມຕໍ່ການສົ່ງເສີມການຄ້າກັບການສ້າງກົນໄກຮ່ວມມືດ້ານຕ່ອງໂສ້ການສະໜອງລະຫວ່າງຈີນ (ກວາງຕຸ້ງ)-ອາຊຽນປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນານີ້ຢູ່ນະຄອນກວາງໂຈ່ວ ແຂວງກວາງຕຸ້ງຈີນ, ໃນກອງປະຊຸມດັ່ງກ່າວໄດ້ສ້າງຕັ້ງສະຫະພັນການຮ່ວມມືດ້ານຕ່ອງໂສ້ການສະໜອງສາກົນວິສາຫະກິດຈີນ (ກວາງຕຸ້ງ)-ອາຊຽນຢ່າງເປັນທາງການ.
ສະຫະພັນດັ່ງກ່າວຈະສຸມໃສ່ຈັດຕັ້ງປະຕິບັດວິໄສທັດສາຍພົວພັນຄູ່ຮ່ວມຍຸດທະສາດຈີນ-ອາຊຽນປີ 2030, ເພື່ອຮ່ວມກັນສ້າງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂ້າມຊາດທີ່ໝັ້ນຄົງປອດໄພ, ໂລ່ງລ່ຽນມີປະສິດທິພາບສູງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.
ນອກນີ້, ສະມາຄົມສົ່ງເສີມການຄ້າແຂວງກວາງຕຸ້ງຍັງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືກັບສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ, ສະພາການຄ້າແລະອຸດສາຫະກຳຫວຽດນາມ, ສະພາການຄ້າແລະອຸດສາຫະກຳແຫ່ງຊາດບຣູໄນ, ສະພາການຄ້າມາເລເຊຍ-ຈີນເປັນຕົ້ນ.
ແຫຼ່ງຂ່າວຈາກ: CGTN