ຕົວເລກສະຖິຕິທີ່ອົງການພາສີຈີນປະກາດໃນວັນທີ 9 ມິຖຸນານີ້ສະແດງໃຫ້ເຫັນວ່າ: ໃນ 5 ເດືອນທຳອິດຂອງປີ 2025, ຍອດມູນຄ່າການຄ້າຂາເຂົ້າຂາອອກສິນຄ້າຈີນບັນລຸເຖິງ 17.940 ຕື້ຢວນ, ເພີ່ມຂຶ້ນ 2,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຍອດມູນຄ່າການສົ່ງອອກສິນຄ້າມີເຖິງ 10.670 ຕື້ຢວນ, ເພີ່ມຂຶ້ນ 7,2% ແລະ ການນຳເຂົ້າສິນຄ້າ 7.270 ຕື້ຢວນ, ຫຼຸດລົງ 3,8%.
ໃນໄລຍະດັ່ງກ່າວ, ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບທີ 1 ຂອງຈີນ, ຍອດມູນຄ່າການຄ້າລະຫວ່າງຈີນ-ອາຊຽນບັນລຸເຖິງ 3.020 ຕື້ຢວນ, ເພີ່ມຂຶ້ນ 9,1%, ກວມເອົາຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນເຖິງ 16,8%. ໃນນັ້ນ, ຈີນໄດ້ສົ່ງອອກສິນຄ້າໄປຍັງປະເທດສະມາຊິກອາຊຽນບັນລຸເຖິງ 1.900 ຕື້ຢວນ, ເພີ່ມຂຶ້ນ 13,5% ແລະໄດ້ນຳເຂົ້າສິນຄ້າຈາກປະເທດສະມາຊິກອາຊຽນບັນລຸເຖິງ 1.120 ຕື້ຢວນ, ເພີ່ມຂຶ້ນ 2,3%.