ວັນທີ 10 ມິຖຸນານີ້, ທ່ານ ວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ກ່າວຄໍາປາໄສຜ່ານຮູບແບບວິດີໂອມາຍັງກິດຈະກໍາ “ວັນສາກົນເພື່ອການສົນທະນາກັນລະຫວ່າງອະລິຍະທໍາ” ຄັ້ງທໍາອິດຂອງອົງການສະຫະປະຊາຊາດ.
ໂອກາດດັ່ງກ່າວ, ທ່ານ ວາງຢີ້ ກ່າວວ່າ: ເມື່ອຜະເຊີນໜ້າກັບຜົນກະທົບອັນໃຫຍ່ຫຼວງຈາກສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຂອງໂລກ, ການໄປມາຫາສູ່ກັນລະຫວ່າງອະລິຍະທໍາມີຄວາມໝາຍສໍາຄັນຍິ່ງ. ການທີ່ອົງການສະຫະປະຊາດສ້າງຕັ້ງ “ວັນສາກົນເພື່ອການສົນທະນາກັນລະຫວ່າງອະລິຍະທໍາ”, ແມ່ນສອດຄ່ອງກັບຄວາມປາດຖະໜາໂດຍທົ່ວໄປຂອງປະຊາຊົນປະເທດຕ່າງໆໃນການຊຸກຍູ້ການສົນທະນາກັນລະຫວ່າງອະລິຍະທໍາ ກໍຄືຊຸກຍູ້ຄວາມກ້າວໜ້າຂອງມວນມະນຸດ ແລະ ໄດ້ຮັບການສະໜັບສະໜູນຢ່າງເປັນເອກະພາບກັນຈາກປະເທດສະມາຊິກທັງໝົດ. ທ່ານ ວາງຢີ້ ກ່າວຕື່ມວ່າ: ຈີນມີຈຸດຢືນໃນການເປັນຜູ້ປົກປ້ອງຄວາມສະເໝີພາບຂອງອະລິຍະທໍາ, ຜູ້ຈັດຕັ້ງປະຕິບັດການແລກປ່ຽນກັນລະຫວ່າງອະລິຍະທໍາ ກໍຄືຜູ້ຊຸກຍູ້ຄວາມກ້າວໜ້າຂອງອະລິຍະທໍາ.