ວັນທີ 9 ມິຖຸນານີ້, ອົງການພາສີຈີນໄດ້ແຈ້ງໃຫ້ຮູ້ວ່າ: ໃນໄລຍະ 5 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າສິນຄ້າຂາເຂົ້າ-ຂາອອກຂອງຈີນມີເຖິງ 17.940 ຕື້ຢວນ, ເພີ່ມຂຶ້ນ 2,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ນັບແຕ່ຕົ້ນປີນີ້ມາ, ເສດຖະກິດຈີນມີທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ, ການຄ້າສິນຄ້າມີຄວາມເຂັ້ມແຂງຫຼາຍສົມຄວນ. ໃນເດືອນພຶດສະພາຜ່ານມາ, ການຄ້າຂາເຂົ້າ-ຂາອອກໄດ້ສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ.