ໄທ​ ​ແລະ​ກໍາປູ​ເຈຍ ​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ສະຖານະ​ການ​ຢູ່ເຂດຊາຍ​ແດນ

CRI, June 9, 2025
Size:

ວັນທີ 8 ມິຖຸນານີ້, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທໄດ້ແຈ້ງຂ່າວຜ່ານສື່ສັງຄົມອອນລາຍວ່າ, ທ່ານໄດ້ປຶກສາຫາລືກ່ຽວກັບສະຖານະການຢູ່ເຂດຊາຍແດນກັບລັດຖະບານກໍາປູເຈຍ ແລະໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນ ເຊິ່ງມີຜົນດີຕໍ່ສະຖານະການທີ່ເກີດຂຶ້ນ.

ທ່ານນາງ ແພທອງທານ ຊິນນະວັດ ກ່າວຕື່ມວ່າ: ສອງຝ່າຍໄດ້ເຫັນດີປັບປຸງການຈັດວາງດ້ານການທະຫານຢູ່ເຂດທີ່ເກີດຄວາມຂັດແຍ້ງກັນ ເພື່ອຜ່ອນຄາຍສະຖານະການທີ່ເຄັ່ງຕຶງ ແລະຊຸກຍູ້ການຮ່ວມມື. ສອງຝ່າຍຈະສືບຕໍ່ປຶກສາຫາລືກັນໂດຍຜ່ານກົນໄກຄະນະກໍາມະການເຂດຊາຍແດນຮ່ວມລະຫວ່າງໄທ-ກໍາປູເຈຍ ຫຼື JBC ໃນວັນທີ 14 ມິຖຸນານີ້, ພ້ອມດຽວກັນນັ້ນ, ຍັງຈະສືບຕໍ່ຈັດການສົນທະນາກັນໃນຂັ້ນຕ່າງໆ ເພື່ອຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດຟື້ນຟູສູ່ສະພາບປົກກະຕິໂດຍໄວ.

ຕອນຄໍ່າວັນທີ 8 ມິຖຸນານີ້, ກະຊວງປ້ອງກັນປະເທດກໍາປູເຈຍແຈ້ງໃຫ້ຮູ້ວ່າ: ກອງທັບ ກໍາປູເຈຍ ແລະໄທໄດ້ປຶກສາຫາລື ແລະບັນລຸຄວາມເຫັນທີ່ເປັນເອກະພາບກັນ ເພື່ອປັບປຸງການຈັດວາງດ້ານການທະຫານຢູ່ເຂດທີ່ເກີດຄວາມຂັດແຍ້ງກັນ ແລະຜ່ອນຄາຍການປໍລະປັກກັນ.  ສອງຝ່າຍເຫັນດີສົ່ງທະຫານຝ່າຍລະ 7 ຄົນທີ່ບໍ່ມີອາວຸດ ເພື່ອພົບປະກັນ 3 ຄັ້ງໃນທຸກໆອາທິດຢູ່ເຂດທີ່ເກີດການປະທະກັນໃນຫວ່າງມໍ່ໆມານີ້ ເພື່ອເພີ່ມທະວີການຕິດຕໍ່ພົວພັນ ແລະການປະສານງານ.