ເລີ່ມແຕ່ວັນທີ 9 ມິຖຸນານີ້ເປັນຕົ້ນໄປ, ຈີນໄດ້ທົດລອງນຳໃຊ້ນະໂຍບາຍຍົກເວັ້ນວີຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນທົ່ວໄປຂອງອາຣັບບີ ຊາອຸດິດ, ໂອມັນ, ກູເວດ ແລະ ບາເຣນ. ດັ່ງນັ້ນ, ປະເທດທີ່ສາມາດນຳໃຊ້ນະໂຍບາຍຍົກເວັ້ນວີຊາພຽງຝ່າຍດຽວຂອງຈີນໄດ້ເປີດກວ້າງເຖິງ 47 ປະເທດ.
ກ່ອນໜ້ານີ້ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ບັນຊີລາຍຊື່ຍົກເວັ້ນວີຊາເພີ່ມຂຶ້ນເລື້ອຍໆ, ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວຂອງຈີນທີ່ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງຕໍ່ເນື່ອງ. ຈີນຈະສືບຕໍ່ປັບປຸງນະໂຍບາຍເຂົ້າເມືອງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ເປີດກວ້າງຂອບເຂດຂອງປະເທດທີ່ຍົກເວັ້ນວີຊາຢ່າງບໍ່ຢຸດຢັ້ງ, ຊົມໃຊ້ຄວາມຈະເລີນຮຸ່ງເຮືອງຮ່ວມກັບບັນດາປະເທດດ້ວຍການເປີດປະຕູສູ່ພາຍນອກໃນຂອບເຂດກວ້າງຂວາງກວ່າເກົ່າ ແລະ ການຮ່ວມມືທີ່ເລິກເຊີ່ງກວ່າເກົ່າ.