ວັນທີ 26 ພຶດສະພາ 2025 ໂຄງການສວນການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປັກກິ່ງ-ຄຸນໝິງ·ທາງໃໝ່ເທິງບົກປັກກິ່ງ-ຄຸນໝິງ ໄດ້ເປີດໂຕຢ່າງເປັນທາງການ ເຊິ່ງຈະເລັ່ງໃສ່ຊຸກຍູ້ການລົງເລິກການຮ່ວມມືດ້ານທ່າບົກຂົນສົ່ງສິນຄ້າສອງທິດ “ປັກກິ່ງ-ຄຸນໝິງ” “ຈີນ-ລາວ” ແລະ ທະລຸຊ່ອງທາງສອງທິດ ຄື ສົ່ງອອກພືດຜັກເຂດອຸ່ນພາຍໃນປະເທດຈີນ ກັບ ນຳເຂົ້າໝາກໄມ້ເຂດຮ້ອນຂອງພາກພື້ນອາຊີຕາເວັນອອກສຽງໃຕ້.
ໃນຖານະເປັນທາງໃຫຍ່ສາກົນທີ່ເຊື່ອມຈອດຈີນ ກັບ ລາວ ຕະຫຼອດຮອດບັນດາປະເທດອາຊຽນ, ນັບແຕ່ການເປີດນຳໃຊ້ເປັນເວລາ 3 ປີ, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານທັງໝົດຫຼາຍກວ່າ 43 ລ້ານຄົນ ແລະ ໄດ້ຂົນສົ່ງສິນຄ້າທັງໝົດ 48,3 ລ້ານໂຕນ (ໃນນັ້ນ ໄດ້ຂົນສົ່ງສິນຄ້າຂ້າມແດນທັງໝົດ 10,6 ລ້ານໂຕນ).
ໂຄງການສວນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປັກກິ່ງ-ຄຸນໝິງ·ທາງໃໝ່ເທິງບົກປັກກິ່ງ-ຄຸນໝິງໄດ້ຍຶດໝັ້ນເປົ້າໝາຍ “ຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງສິນຄ້າ ແລະ ຍົກສູງປະສິດທິພາບຂອງການຂົນສົ່ງສິນຄ້າ”, ນຳໃຊ້ຮູບແບບ “ສວນທີ່ຢູ່ນອກສວນ” ແລະ “ສວນທີ່ຢູ່ອີກໃນສວນໜຶ່ງ” ເປັນຮູບແບບຫຼັກ, ໂດຍຜ່ານ 7 ຮູບແບບການຮ່ວມມື ເຊັ່ນ ຮ່ວມກັນຊົມໃຊ້ອຸປະກອນ ແລະ ພື້ນຖານໂຄງລ່າງຕ່າງໆ ລວມທັງຕູ້ຂົນສົ່ງສິນຄ້າແຊ່ເຢັນ ແລະ ຄັງສາງແຊ່ເຢັນ ເປັນຕົ້ນ, ດຳເນີນງານຢ່າງເປັນປົກກະຕິຕໍ່ຂະບວນລົດໄຟຂົນສົ່ງສິນຄ້າສາກົນສະເພາະກິດ “ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ·ປັກກິ່ງ-ຄຸນໝິງ”, ປະສານສົມທົບກັບຄວາມສາມາດໃນການໃຫ້ການບໍລິການດ້ານຕ່າງໆ ແລະ ຮູບແບບອື່ນໆ, ທຳຄວາມພະຍາຍາມເພື່ອບັນລຸເປົ້າໝາຍການຂົນສົ່ງສິນຄ້າໃຫ້ໄດ້ 200.000 ໂຕນ, ເປັນມູນຄ່າ 300 ລ້ານຢວນໃນປີ 2025 ແລະ ຈັງຫວະການເຕີບໂຕໃນສອງປີຕໍ່ໜ້າບໍ່ໃຫ້ຫຼຸດ 20%.