ໃນ 4 ເດືອນຕົ້ນປີນີ້ ຍອດມູນຄ່າການຄ້າຂາເຂົ້າຂາອອກການບໍລິການຂອງຈີນໄດ້ເພີ່ມຂຶ້ນ 8,2%

CRI, June 8, 2025
Size:

ກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນເມສາປີ 2025, ການຄ້າການບໍລິການຂອງຈີນໄດ້ຮັກສາຈັງຫວະເພີ່ມຂຶ້ນຢ່າງວ່ອງໄວ, ຍອດມູນຄ່າການຄ້າຂາເຂົ້າຂາອອກການບໍລິການບັນລຸເຖິງ 2.632 ຕື້ 60 ລ້ານຢວນ, ເພື່ອຂຶ້ນ 8,2% ເມື່ອທຽບກັບໄລຍະດຽວກັນປີ 2024.

ໃນນັ້ນ, ການຄ້າຂາອອກ 1.128 ຕື້ 520 ລ້ານຢວນ, ເພີ່ມຂຶ້ນ14,6%, ການຄ້າຂາເຂົ້າ 1.503 ຕື້ 540 ລ້ານຢວນ, ເພີ່ມຂຶ້ນ 3,9%. ການຂາດດຸນໃນດ້ານການຄ້າການບໍລິການມີ 375 ຕື້ 20 ລ້ານຢວນ, ຫຼຸດລົງ 87 ຕື້ 560 ລ້ານຢວນເມື່ອທຽບກັບໄລຍະດຽວກັນປີ 2024.