ວັນທີ 8 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານມິນອອງລາຍ ຜູ້ນຳມຽນມາໄດ້ສົ່ງສານຊົມເຊີຍຕໍ່ກັນເນື່ອງໃນໂອກາດທີ່ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ມຽນມາຄົບຮອບ 75 ປີ.
ເນື້ອໃນສານຊົມເຊີນຂອງທ່ານສີຈິ້ນຜິງເນັ້ນໜັກວ່າ, ຈີນໃຫ້ຄວາມສຳຄັນໃນລະດັບສູງຕໍ່ການຂະຫຍາຍສາຍພົວພັນຈີນ-ມຽນມາ, ຍິນດີຮ່ວມກັບມຽນມາ ສຸມທຸກຄວາມພະຍາຍາມ, ຖືການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 75 ປີ, ເລັ່ງລັດຊຸກຍູ້ການຮ່ວມມືທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ຊຸກຍູ້ໃຫ້ຄູ່ຮ່ວມຊາຕາກຳຈີນ-ມຽນມາລົງສູ່ລວງເລິກ ແລະ ມີຄວາມໜັກແໜ້ນຍິ່ງຂຶ້ນຢ່າງບໍ່ຢຸດຢັ້ງ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ.
ເນື້ອໃນສານຂອງທ່ານມິນອອງລາຍລະບຸວ່າ, ຫວ່າງບໍ່ດົນມານີ້ ມຽນມາໄດ້ປະສົບໄພແຜ່ນດິນໄຫວທີ່ຮ້າຍແຮງ, ລັດຖະບານ ແລະ ປະຊາຊົນຈີນໄດ້ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳຢ່າງທັນການ, ສະແດງໃຫ້ເຫັນເຖິງມິດຕະພາບອັນເລິກເຊິ່ງທີ່ປະຊາຊົນສອງຊາດຮ່ວມທຸກຮ່ວມສຸກ ແລະ ຊ່ວຍຊູຍູ້ໜູນກັນຢ່າງເຕັມສ່ວນ. ຂໍຂອບໃຈຝ່າຍຈີນທີ່ສະໜັບສະໜູນມຽນມາບັນລຸສັນຕິພາບ ສະຖຽນລະພາບ ຄວາມປອງດອງຊາດ ແລະ ການພັດທະນາເສດຖະກິດ, ຄອງຄອຍເລັ່ງລັດຊຸກຍູ້ການຮ່ວມມືສອງປະເທດໃນຂົງເຂດຕ່າງໆ, ສ້າງສາຍພົວພັນຄູ່ຮ່ວມທີ່ເຂັ້ມແຂງ ໝັ້ນໜຽວ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ.