ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງປະເທດສະມາຊິກອົງການຮ່ວມມືຊຽງໄຮ້ປະຈຳປີ 2025 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 3 ມິຖຸນານີ້ ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມໄດ້ສະໜັບສະໜູນລົງເລິກກາຮ່ວມມືດ້ານການເງິນ ແລະ ການທະນາຄານດ້ວຍການເຄື່ອນໄຫວຕົວຈິງ, ລວມທັງຊຸກຍູ້ການສ້າງຕັ້ງທະນາຄານພັດທະນາອົງການຮ່ວມມືຊຽງໄຮ້, ສ້າງຕັ້ງເຄືອຂ່າຍຄັງສະໝອງການເງິນ ແລະ ການທະນາຄານຂອງອົງການຮ່ວມມືຊຽງໄຮ້ ແລະອື່ນໆ.
ກອງປະຊຸມໄດ້ລົງເລິກປຶກສາຫາລືກ່ຽວກັບສະຖານະການ ແລະ ສິ່ງທ້າທາຍດ້ານເສດຖະກິດ ແລະ ການທະນາຄານຂອງທົ່ວໂລກ ແລະ ຂອງພາກພື້ນ, ໄດ້ແບ່ງປັນການຈັດຕັ້ງປະຕິບັດດ້ານນະໂຍບາຍຂອງປະເທດຕ່າງໆ ໃນດ້ານການເງິນ ແລະ ເງິນຕາ, ການຫັນປ່ຽນດ້ານສີຂຽວ ແລະ ການພັດທະນາການທະນາຄານ. ຝ່າຍຕ່າງໆສະໜັບສະໜູນລົງເລິກການຮ່ວມມືດ້ານການເງິນ ແລະ ການທະນາຄານຂອງພາກພື້ນດ້ວຍການເຄື່ອນໄຫວຕົວຈິງ, ມີຄວາມຄືບໜ້າຕົວຈິງໃນດ້ານການຊຸກຍູ້ການສ້າງຕັ້ງທະນາຄານພັດທະນາອົງການຮ່ວມມືຊຽງໄຮ້, ເຫັນດີສ້າງຕັ້ງເຄືອຂ່າຍຄັງສະໝອງການເງິນ ແລະ ການທະນາຄານຂອງອົງການຮ່ວມມືຊຽງໄຮ້ ພ້ອມທັງໄດ້ປຶກສາຫາລືຫົວຂໍ້ຕ່າງໆ ເຊັ່ນ: ການປັບປຸງການຈັດສັນດ້ານການຊຳລະບັນຊີດ້ວຍເງິນຕາຂອງປະເທດຕົນ, ການລົງເລິກການຮ່ວມມືດ້ານການທະນາຄານທີ່ສ້າງຜົນປະໂຫຍດໃຫ້ທົ່ວເຖິງດ້ານດີຈີຕອນ ແລະອື່ນໆ.