ລະຫວ່າງວັນທີ 3-4 ມິຖຸນາ 2025, ສອງຝ່າຍລາວ ແລະ ຈີນໄດ້ຈັດການປຶກສາຫາລືກ່ຽວກັບມາດຕະການອຳນວຍຄວາມສະດວກໃນການຜ່ານດ່ານ ຄື “ສອງປະເທດກວດກາການເຂົ້າອອກເມືອງຢູ່ຈຸດດຽວ” ຕາມເສັ້ນທາງລົດໄຟລາວ-ຈີນຢູ່ນະຄອນຊຽງຮຸ່ງແຂວງຢຸນນານ. ທ່ານຫົງລ້ຽງ ຫົວໜ້າກົມວຽກງານຊາຍແດນ ແລະ ທະເລກະຊວງການຕ່າງປະເທດ, ແລະ ທ່ານພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວເປັນປະທານຮ່ວມຂອງການປຶກສາຫາລືໃນຄັ້ງນີ້. ຜູ້ຕາງໜ້າຈາກພາກສ່ວນການຕ່າງປະເທດ ປ້ອງກັນຄວາມສະຫງົບ, ດ່ານພາສີ, ພາກສ່ວນຄຸ້ມຄອງທາງລົດໄຟ ກໍຄື ຜູ້ຕາງໜ້າແຂວງຊາຍແດນໄດ້ເຂົ້າຮ່ວມ.
ສອງຝ່າຍເຫັນດີເລັ່ງຂະບວນການປຶກສາຫາລື, ພະຍາຍາມບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບມາດຕະການ“ສອງປະເທດກວດກາການເຂົ້າ-ອອກເມືອງຢູ່ຈຸດດຽວ” ໂດຍໄວເພື່ອປັບປຸງການອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທີ່ເດີນທາງຂ້າມຊາດຕາມທາງລົດໄຟລາວ-ຈີນໃຫ້ດີຂຶ້ນຕື່ມອີກ, ຊຸກຍູ້ໃຫ້ທາງລົດໄຟຍົກສູງຄຸນນະພາບ ແລະ ມີປະສິດທິພາບເພີ່ມຂຶ້ນ, ທັງຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ນັບມື້ດີຂຶ້ນຢ່າງບໍ່ຢຸດຢັ້ງ.