ທູດຈີນຮ່ວມກັບອົງການສະຫະປະຊາຊາດ ແລະອົງການຈັດຕັ້ງສາກົນທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ

CRI, June 4, 2025
Size:

ໃນວັນທີ 30 ພຶດສະພານີ້, ສະຖານທູດຈີນປະຈໍາລາວນໍາໂດຍທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ, ອົງການປະສານງານສະຫະປະຊາຊາດ (UNRCO) ນໍາໂດຍທ່ານ Bakhodir Burkhanov ຜູ້ປະສານງານສະຫະປະຊາຊາດ ປະຈໍາລາວ, ແລະຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນຫຼາຍກວ່າ 10 ອົງການເຊັ່ນ UNFPA, ILO, WHO, UNICEP ແລະອື່ນໆ ໄດ້ໄປຢ້ຽມຢາມ ແລະທັດສະນະສຶກສາຢູ່ເສັ້ນທາງລົດໄຟລາວ-ຈີນ ໂດຍເດີນທາງຈາກສະຖານີວຽງຈັນໄປຍັງສະຖານນີວັງວຽງ ແລະສະຖານີຫຼວງພະບາງ ເຊິ່ງຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ດາວຈິນດາ ສີຫາລາດ ຮອງອຳນວຍການທາງລົດໄຟລາວ-ຈີນພ້ອມດ້ວຍຄະນະ.

ຂະບວນຢ້ຽມຢາມດັ່ງກ່າວໄດ້ນັ່ງສໍາຜັດກັບລົດໄຟ EMU ຂະບວນລ້ານຊ້າງຊັ້ນສອງ, ຊັ້ນທຸລະກິດ ແລະຂະບວນລົດໄຟທໍາມະດໍາ ເຊິ່ງໄລຍະເດີນທາງໄດ້ຈອດລົງຢ້ຽມຢາມສູນບໍາລຸງຮັກສາ ແລະສະຖານີຂົນສົ່ງສິນຄ້າຕາມສະຖານນີວັງວຽງ ແລະຫຼວງພະບາງ.

ທ່ານ Bakhodir Burkhanov ໄດ້ກ່າວໃຫ້ສໍາພາດວ່າ: ບັນດາຜູ້ຕາງໜ້າ ອົງການສາກົນທີ່ເຂົ້າຮ່ວມໃນຄັ້ງນີ້ ແລະຂ້າພະເຈົ້າຕ່າງກໍສະແດງຄວາມຮູ້ສຶກດີໃຈ ແລະປະທັບໃຈຕໍ່ການບໍລິການທີ່ມີຄວາມປອດໄພສູງຂອງທາງລົດໄຟລາວ-ຈີນທີ່ມີພະນັກງານບໍາລຸງຮັກສາທີ່ເຮັດວຽກທັງເວັນ ແລະຄືນ, ທ່ານຍັງກ່າວອີກວ່າ: ເສັ້ນທາງລົດໄຟລາວ-ຈີນແມ່ນສອດຄ່ອງກັບເປົ້າໝາຍການພັດທະນາຍືນຍົງຂອງສະຫະປະຊາຊາດ ແລະຍຸດທະສາດຂອງລາວ ເຊິ່ງມັນໄດ້ສ້າງເງື່ອນໄຂອໍານວຍຄວາມສະດວກຫຼາຍຢ່າງໃຫ້ກັບປະຊາຊົນລາວນັບມື້ມີຄວາມຈະເລີນກ້າວໜ້າ.

ຂໍ້ມູນໃຫ້ຮູ້ວ່າ: ການບຳລຸງຮັກສາທາງລົດໄຟໃນລະດູຝົນແມ່ນມີຫຼາຍມາດຕະການຫຼາຍຢ່າງເຊັ່ນ ການນຳໃຊ້ໂດນໃນການບິນກວດກາຕາມແລວທາງລົດໄຟ, ການຕິດຕັ້ງກ້ອງວົງຈອນປິດໃນຈຸດສ່ຽງຕ່າງໆ ພະນັກງານອອກລ່າຕະເວນ ແລະໃຊ້ເຕັກນິກຂັ້ນສູງອື່ນໆອີກ ເພື່ອກວດກາຫາຈຸດສ່ຽງທີ່ອາດເກີດມີນ້ຳຖ້ວມ. ໃນປີນີ້, ຕົ້ນເດືອນເມສາ ຫາ ທ້າຍເດືອນກັນຍາ ແມ່ນຊ່ວງໄລຍະປ້ອງກັນນຳ້ຖ້ວມຂອງທາງລົດໄຟລາວ-ຈີນ ເຊິ່ງຈະໄດ້ສຸມໃສ່ການປ້ອງກັນນຳຖ້ວມຢ່າງເຕັມທີ່ ເພື່ອຮັບປະກັນໃຫ້ຜູ້ໂດຍສານທີ່ມາຊົມໃຊ້ລົດໄຟມີຄວາມປອດໄພທີ່ສຸດ.