ທ່ານຫວາງຢີ້ພົບປະກັບຮອງນາຍົກລາວ

CRI, June 4, 2025
Size:

ໃນຕອນບ່າຍວັນທີ 30 ພຶດສະພາປີ 2025, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລາວທີ່ເດີນທາງມາເຂົ້າຮ່ວມພິທີລົງນາມສົນທິສັນຍາສານໄກ່ເກ່ຍສາກົນຢູ່ເຂດບໍລິຫານພິເສດຮົງກົງຂອງຈີນ.

ທ່ານຫວາງຢີ້ກ່າວວ່າ: ຈີນຍິດີຮ່ວມກັບລາວເພື່ອຖືການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສູງສຸດສອງພັກແລະສອງລັດເປັນສາຍຕົ້ນຕໍ, ລົງເລິກການປະສານງານດ້ານຍຸດທະສາດ, ບົ່ມສ້າງພະລັງແຮງດ້ານການຮ່ວມມື, ເພີ່ມທະວີການປະສານສົມທົບແລະປະສານງານສອງຝ່າຍແລະຫຼາຍຝ່າຍ, ຮ່ວມກັນຕໍ່ຕ້ານການກະທຳຂົ່ມເຫັງຝ່າຍດຽວ, ປົກປ້ອງລັດທິຫຼາຍຝ່າຍແລະຄວາມຍຸຕິທຳຄວາມເປັນທຳສາກົນ, ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວຂະຫຍາຍໄປສູ່ລະດັບສູງກວ່າເກົ່າ.

ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ: ການໄກ່ເກ່ຍໄດ້ສະແດງໃຫ້ເຫັນເຖິງເອກະລັກພິເສດດ້ານວັດທະນະທຳຂອງອາຊີ, ເຊື່ອວ່າສານໄກ່ເກ່ຍຈະດຶງດູດປະເທດຫຼາຍກວ່າເກົ່າເຂົ້າຮ່ວມ. ປະເທດລາວຍິນດີຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສອງພັກສອງລັດໃຫ້ດີ, ເພີ່ມທະວີການໄປມາຫາສູ່ກັນລະຫວ່າງທຸກຂັ້ນ, ຊຸກຍູ້ໂຄງການທາງລົດໄຟລາວ ຈີນ ໄທແລະໂຄງການຮ່ວມມືອື່ນໆໃຫ້ມີຄວາມຄືບໜ້າ.