ວັນທີ 30 ພຶດສະພານີ້, ພາຍໃຕ້ການເປັນສັກຂີພິຍານລະຫວ່າງຜູ້ຕາງໜ້າສອງຝ່າຍຈີນແລະລາວ, ພິທີແລ່ນລົດການຂົນສົ່ງທາງບົກລະຫວ່າງຈີນ-ລາວໄດ້ຈັດຂຶ້ນຢູ່ນະຄອນຄຸນມິງແລະກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນໃນເວລາດຽວກັນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າການຂົນສົ່ງທາງບົກລະຫວ່າງຈີນ-ລາວໄດ້ເຂົ້າສູ່ການດຳເນີນງານຢ່າງເປັນປົກກະຕິ.
ການເປີດເສັ້ນທາງການຂົນສົ່ງດັ່ງກ່າວໄດ້ຊ່ວຍປັບປຸງເຄືອຂ່າຍຄົມມະນາຄົມຂົນສົ່ງລະຫວ່າງສອງປະເທດດີຂຶ້ນຕື່ມອີກ,ແມ່ນມາດຕະການທີ່ເປັນຮູບປະທຳໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຈີນ-ລາວ,ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງສອງປະເທດແລະການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ,ທັງຈະຊຸກຍູ້ການຍົກປະສິດທິພາບດ້ານການຂົນສົ່ງສິນຄ້າແລະການຂົນສົ່ງໂດຍສານລະຫວ່າງສອງປະເທດໃຫ້ສູງຂຶ້ນຢ່າງແຂງແຮງ ສະໜອງໂອກາດດ້ານການພັດທະນາໃຫ້ແກ່ວິສາຫະກິດຂອງສອງຝ່າຍຫຼາຍກວ່າເກົ່າ ແລະຊຸກຍູ້ຂະໜາດການຄ້າໃຫ້ໄດ້ຮັບການເປີດກວ້າງອອກຢ່າງຕໍ່ເນື່ອງ.