ອົງ​ການ​ທ່ອງ​ທ່ຽວ​ແຫ່ງປະ​ເທດ​ໄທ​ຈັດ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ທ່ອງທ່ຽວ

CRI, June 3, 2025
Size:

ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ໄທຄົບຮອບ 50 ປີ ແລະຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຈີນ-ໄທ, ອົງການທ່ອງທ່ຽວແຫ່ງປະເທດໄທໄດ້ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ “ສະຫວັດດີ·ໜີຫາວ” ໃນລະຫວ່າງວັນທີ 28 ພຶດສະພາຫາວັນທີ 6 ມິຖຸນາໜ້ານີ້ ໂດຍໄດ້ເຊີນຊວນອົງການທ່ອງທ່ຽວຈີນ 400 ແຫ່ງ ແລະຊາວເນັດທີ່ມີຊື່ສຽງດ້ານການທ່ອງທ່ຽວ 200 ຄົນໄປທັດສະນະສຶກສາແລະສຳຜັດປະສົບການຕົວຈິງຢູ່ໄທ.

ວັນທີ 29 ພຶດສະພານີ້, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທໄດ້ກ່າວຄຳປາໄສໃນພິທີໄຂວ່າ: ຂະແໜງການທ່ອງທ່ຽວແມ່ນສາຍພານທີ່ສຳຄັນໃນການເຊື່ອມຕໍ່ລະຫວ່າງປະຊາຊົນຈີນແລະໄທ,ໄທຈະຍົກລະດັບພື້ນຖານໂຄງລ່າງດ້ານການທ່ອງທ່ຽວ,ການຮັບປະກັນຄວາມປອດໄພແລະການບໍລິການດ້ານວິທະຍາສາດເຕັກໂນໂລຊີໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ,ພ້ອມທັງວາງແຜນສ້າງແຫຼ່ງທ່ອງທ່ຽວທີ່ມີຄວາມດຶງດູດໃຈນັກທ່ອງທ່ຽວໃຫ້ຫຼາຍກວ່າເກົ່າ,ຍິນດີຕ້ອນຮັບຢ່າງຈິງໃຈຕໍ່ນັກທ່ອງທ່ຽວຈີນທີ່ໄປທ່ຽວໄທ.

ຕາມຕົວເລກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີນີ້ມາຮອດປັດຈຸບັນ, ໄທໄດ້ຕ້ອນຮັບນັກທ່ອງທ່ຽວຈີນ 1,9 ລ້ານເທື່ອຄົນ. ອົງການທ່ອງທ່ຽວແຫ່ງປະເທດໄທພວມໃຊ້ມາດຕະການຢ່າງຕັ້ງໜ້າເພື່ອດຶງດູດນັກທ່ອງທ່ຽວຈີນໄປທ່ຽວໄທໃຫ້ຫຼາຍກວ່າເກົ່າ ເຊິ່ງລວມທັງການຟື້ນຟູການເໝົາເຮືອບິນ,ເພີ່ມຈຳນວນຖ້ຽວບິນໄປຫາຕົວເມືອງທີ່ສຳຄັນຕ່າງໆຂອງຈີນເຊັ່ນ: ນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້, ນະຄອນເຊີງຕູ່ແລະອື່ນໆ.