ຄາດ​ວ່າຕີ​ມໍເລັ​ສ​ເຕ​ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການພາຍ​ໃນ​ປີ​ນີ້

CRI, May 31, 2025
Size:

ວັນທີ 27 ພຶດສະພານີ້, ກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ໄດ້ອັດລົງຢ່າງເປັນທາງການຢູ່ນະຄອນຫຼວງກົວລາລຳເປີປະເທດມາເລເຊຍ. ທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍຢືນຢັນວ່າ, ຄາດວ່າຕີມໍລັເຕຈະກາຍເປັນປະເທດສະມາຊິກອາຊຽນທີ 11 ຢ່າງເປັນທາງການພາຍໃນປີນີ້. 

ທ່ານອັນວາ ກ່າວຕື່ມວ່າ: ຜູ້ນຳຂອງບັນດາປະເທດສະມາຊິກອາຊຽນໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການປະຕິບັດາດຕະການທີ່ຈຳເປັນເພື່ອສະໜັບສະໜູນຕີມໍລັເຕເຂົ້າເປັນປະເທດສະມາຊິກອາຊຽນ. 

ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນເທື່ອນີ້, ທ່ານຊານາໆ ກຸມາວ ນາຍົກລັດຖະມົນຕີຕີມໍລັສເຕກ່າວວ່າ, ຕີມໍເລັເຕໄດ້ສຳເລັດຂໍ້ກຳນົດສ່ວນຫຼາຍສຳລັບການເຂົ້າເປັນປະເທດສະມາຊິກອາຊຽນແລ້ວ, ແລະຈະສຸມກຳລັງຢ່າງສຸດຂີດເພື່ອສຳເລັດຕາມຂໍ້ກຳນົດອື່ນໆທີ່ເຫຼືອ, ຕີມໍເລັເຕມີຄວາມໝັ້ນໃຈຢ່າງເຕັມທີ່ໃນດ້ານການເຂົ້າເປັນປະເທດສະມາຊິກອາຊຽນຢ່າງເປັນທາງການພາຍໃນປີນີ້. 

ຕີມໍເລັເຕໄດ້ຮ້ອງຂໍເຂົ້າເປັນປະເທດສະມາຊິກອາຊຽນໃນປີ 2011, ແລະປັດຈຸບັນເປັນປະເທດສັງເກດການຂອງອາຊຽນ.