ຈັດການຊ້ອມຮົບຮ່ວມລະຫວ່າງຈີນ-ກຳປູເຈຍ “ມັງກອນຄຳ2025” ທາງທະເລແລະທາງອາກາດແບບນຳໃຊ້ກຳລັງທະຫານແທ້

CRI, May 31, 2025
Size:

ວັນທີ 26 ພຶດສະພານີ້, ການຊ້ອມຮົບຮ່ວມລະຫວ່າງຈີນ-ກຳປູເຈຍ ມັງກອນຄຳ2025ທາງທະເລແລະທາງອາກາດແບບນຳໃຊ້ກຳລັງທະຫານແທ້ໄດ້ຈັດຂຶ້ນຢູ່ເຂດທະເລໃກ້ທ່າກຳປັ່ນສີຫານຸວິລຂອງກຳປູເຈຍ, ໂດຍມີກຳປັ່ນ 11 ລຳຂອງກອງທັບເຮືອ, ຍົນເຮລີກົບແຕ 3 ລຳຂອງກອງທັບອາກາດທັງສອງປະເທດປະກອບເປັນກອງກຳລັງປະສົມເຂົ້າຮ່ວມການຝຶກຊ້ອມຄັ້ງນີ້.

ການຝຶກຊ້ອມຄັ້ງນີ້ເປັນການຝຶກຊ້ອມຮ່ວມທາງທະເລແລະທາງອາກາດແບບນຳໃຊ້ກຳລັງທະຫານແທ້ເປັນຄັ້ງທຳອິດທີ່ນອນຢູ່ໃນການຊ້ອມຮົບຮ່ວມລະຫວ່າງຈີນ-ກຳປູເຈຍພາຍໃຕ້ລະຫັດ ມັງກອນຄຳແລະເປັນຄັ້ງທຳອິດທີ່ອີງໃສ່ສູນຄ້ຳປະກັນແລະຝຶກແອບຮ່ວມທ່າກຳປັ່ນຣຽມຈີນ-ກຳປູເຈຍເພື່ອຈັດຕັ້ງການຝຶກຊ້ອມແບບນຳໃຊ້ກຳລັງທະຫານແທ້ ໂດຍສາມາດບັນລຸເປົ້າໝາຍໃນການຮຽນຮູ້ແລະຖອດຖອນບົດຮຽນເຊິ່ງກັນແລະກັນກໍຄືຍົກລະດັບກ້າວໜ້າຮ່ວມກັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນເດັດດ່ຽວແລະຄວາມສາມາດອັນເຂັ້ມແຂງຂອງສອງຝ່າຍໃນການຮ່ວມກັນປົກປັກຮັກສາຄວາມໝັ້ນຄົງທາງທະເລ.

ແຫຼ່ງຂ່າວຈາກ: CGTN