ນາຍົກລັດຖະມົນຕີຈີນເຂົ້າຮ່ວມແລະກ່າວຄຳປາໄສພິທີໄຂເວທີປຶກສາຫາລືເສດຖະກິດສາມຝ່າຍອາຊຽນ-ຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍແລະກ່າວຄຳປາໄສ

CRI, May 29, 2025
Size:

ໃນຄືນວັນທີ 27 ພຶດສະພານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ແລະ ທ່ານຟາມມິງຈິງນາຍົກລັດຖະມົນຕີຫວຽດນາມ ພ້ອມກັນເຂົ້າຮ່ວມພິທີໄຂເວທີປຶກສາຫາລືເສດຖະກິດສາມຝ່າຍອາຊຽນ-ຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ ຢູ່ນະຄອນຫຼວງກົວລາລຳເປີປະເທດມາເລເຊຍ ແລະ ກ່າວຄຳປາໄສ.

    ທ່ານຫຼີສຽງກ່າວວ່າ:ກອງປະຊຸມສຸດຍອດອາຊຽນ-ຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍຈັດຂຶ້ນຢ່າງສຳເລັດຜົນຈະເປີດປະຫວັດສາດໜ້າໃໝ່ຂອງການຮ່ວມມືລະຫວ່າງສາມຝ່າຍ. ກອງປະຊຸມໄດ້ປຶກສາຫາລືຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ “ຮ່ວມກັນສ້າງໂອກາດ ແລະແບ່ງປັນຄວາມຈະເລີນຮ່ວມກັນ” ຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ. ການຮ່ວມມືສາມຝ່າຍຈະສ້າງຊ່ອງທາງການພັດທະນາຢ່າງເຕັມສ່ວນກວ່າເກົ່າ, ປະສິດທິຜົນດ້ານເສດຖະກິດໃນລະດັບສູງກວ່າເກົ່າ ແລະ ນິເວດນະວັດຕະກຳທີ່ຍິ່ງມີຊີວິດຊີວາ. ຈີນຈະເພີ່ມພະລັງແຮງຂັບເຄື່ອນອັນໃໝ່ເຂົ້າໃນການຮ່ວມມືລະຫວ່າງສາມຝ່າຍຢ່າງບໍ່ຢຸດຢັ້ງໂດຍຜ່ານການພັດທະນາທີ່ມີຄຸນນະພາບສູງຂອງປະເທດຕົນ ເພື່ອໃຫ້ວິສາຫະກິດຈາກອາຊຽນ, ປະເທດຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ ແລະທົ່ວໂລກຮ່ວມກັນແບ່ງປັນໂອກາດການພັດທະນາຂອງຈີນ.