ຕອນບ່າຍວັນທີ 27 ພຶດສະພານີ້, ກອງປະຊຸມສຸດຍອດລະຫວ່າງອາຊຽນ-ຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີປະເທດມາເລເຊຍ. ທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍໄດ້ກ່າວເນັ້ນໜັກໃນພິທີໄຂກອງປະຊຸມວ່າ: ການທີ່ກອງປະຊຸມ ສາມຝ່າຍຈັດຂຶ້ນຢ່າງເປັນທາງການ ເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຮ່ວມມືໃນພາກພື້ນໄດ້ເຂົ້າສູ່ໄລຍະໃໝ່ ແລະ ມີຄວາມໝາຍທີ່ເປັນນິມິດໝາຍໃນປະຫວັດສາດ.
ທ່ານອັນວາກ່າວຕື່ມວ່າ: ອາຊຽນ, ຈີນ ແລະ ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍມີປະຊາກອນຫຼາຍກວ່າ 2 ຕື້ 100 ລ້ານຄົນ, ຍອດປະລິມານເສດຖະກິດບັນລຸເກືອບ 25.000 ຕື້ໂດລາສະຫະລັດ, ມີອະນາຄົດການຮ່ວມມືທີ່ກວ້າງຂວາງ. ທ່ານອັນວາຍັງໄດ້ຍ້ອງຍໍຊົມເຊີຍຈີນໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນໃນການພັດທະນາຂອງພາກພື້ນ, ທ່ານເນັ້ນໜັກວ່າ: ຈີນແມ່ນຄູ່ຮ່ວມມືທີ່ເຊື່ອຖືໄດ້ໃນໄລຍະຍາວນານຂອງອາຊຽນ, ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງຝ່າຍ ເປັນຕົ້ນ: ການເຊື່ອມໂຍງເຊື່ອມຈອດກັນ, ເຕັກໂນໂລຊີ ແລະ ການຄ້າ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.